3 ພາກສ່ວນປະກອບສ່ວນຊ່ວຍເຫຼືອ ນວ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19

    ວັນທີ 10 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ມີບໍລິສັດ ແລະ ລັດວິສາຫະກິດ ມອບນໍ້າດື່ມ ແລະ ເງິນສົດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍຕາງໜ້າຮັບຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.

    ການມອບຄັ້ງນີ້ ປະກອບມີ ບໍລິສັດ ເອສທີກຣຸບ ມອບນໍ້າດື່ມ 360 ແກັດ ແລະ 180.000.000 ກີບ ລວມເປັນ 196.560.000 ກີບ ລັດວິສາຫະກິດການຄ້າ ນວ 20 ລ້ານກີບ ແລະ ລັດວິສາຫະກິດສະບຽງອາຫານ 10 ລ້ານກີບ ທັງນີ້ເພື່ອເປັນສ່ວນໜຶ່ງໃນການຊຸກຍູ້ ປະກອບສ່ວນແກ່ພັກ-ລັດ ກໍຄືອົງການປົກຄອງ ນວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19.

    ໂອກາດນີ້ທ່ານ ສີຫຸນ ສິດທິລືໄຊ ໄດ້ສະແດງຄວາມຂອບໃຈຕໍ່ 3 ພາກສ່ວນທີ່ໄດ້ໃຫ້ການຊຸກຍູ້ຄັ້ງນີ້ ພ້ອມນັ້ນທ່ານກໍໄດ້ມອບຕໍ່ໃຫ້ກັບ 9 ຕົວເມືອງອ້ອມຂ້າງ ນວ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດ COVID-19 ຂັ້ນເມືອງ ເຊິ່ງໄດ້ແບ່ງສໍາລັບນໍ້າດື່ມ ເມືອງລະ 40 ແກັດ ເງິນເມືອງລະ 23 ລ້ານກີບ ພິເສດເມືອງໄຊທານີແມ່ນແບ່ງໃຫ້ 26 ລ້ານກີບ ເນື່ອງຈາກວ່າເປັນເມືອງທີ່ໃຫຍ່ກວ່າເມືອງອື່ນໆ.

error: Content is protected !!