
ບໍລິສັດ AB Group ໄດ້ນຳເອົາຜ້າອັດປາກ ຈຳນວນ 100.000 ແຜ່ນ ມູນຄ່າ 500 ລ້ານກີບ ແລະ ບໍລິສັດ ໂຊນະພານຳເຂົ້າ ແລະ ສົ່ງອອກສິນຄ້າທຸກປະເພດ ຈຳກັດຜູ້ດຽວ ນຳເອົາຜ້າອັດປາກ ຈຳນວນ 100.000 ອັນ ເຄື່ອງນຸ່ງຊຸດປ້ອງກັນ 40 ຊຸດ ແວ່ນຕາປ້ອງກັນ 300 ອັນ ນ້ຳຢາຂ້າເຊື້ອ ຈຳນວນ 30 ຖັງ ມູນຄ່າ 100 ລ້ານກີບ ເພື່ອປະກອບສ່ວນຕ້ານການແຜ່ລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ມາມອບໃຫ້ລັດຖະບານ ເພື່ອມອບຕໍ່ເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ.

ພິທີມອບ-ຮັບອຸປະກອນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2020 ທີ່ກະຊວງການເງິນ ຕາງໜ້າມອບຂອງທ່ານ ອາຊຽງ ເຊີນຊຽງ ອຳນວຍການໃຫຍ່ ບໍລິສັດ AB Group ທ່ານ LIU YAXU ອຳນວຍການໃຫຍ່ໂຊນະພານຳເຂົ້າ ແລະ ສົ່ງອອກສິນຄ້າທຸກປະເພດ ຈຳກັດຜູ້ດຽວ ຕາງໜ້າຮັບຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ.
ໂອກາດນີ້ ທ່ານ ສົມດີ ດວງດີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທັງ 2 ບໍລິສັດ ທີ່ໄດ້ປະກອບສ່ວນນຳເອົາອຸປະກອນຕ້ານຕໍ່ການລະບາດໃນຄັ້ງນີ້ ມາມອບໃຫ້ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດ COVID-19.