ກອງປະຊຸມ ໜຶ່ງດຽວໂດຍມີສ່ວນຮ່ວມຈາກຫຼາຍພາກສ່ວນ ຂອງວຽກງານຂໍ້ມູນຂ່າວສານສາທາລະນະສຸກ ຈັດຂຶ້ນວັນທີ 30-31 ມີນາ 2021 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ Mark Jakobs ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ ມີຫົວໜ້າຫ້ອງການ ຄະນະກົມ ຈາກບັນດາກະຊວງ ສູນ ຄະນະອະທິການບໍດີ ຄະນະອຳນວຍການໂຮງໝໍສູນກາງ ແຂວງ ຄະນະສູນ ສະຖາບັນ ຄູ່ຮ່ວມພັດທະນາຕ່າງໆ ແລະ ບັນດາຊ່ຽວຊານເຂົ້າຮ່ວມ.


ທ່ານ ພູທອນ ເມືອງປາກ ກ່າວວ່າ: ກອງປະຊຸມມື້ນີ້ ແມ່ນມີຄວາມໝາຍຄວາມສຳຄັນ ຍ້ອນວ່າມີຫຼາຍພາກສ່ວນ ຫຼາຍຂະແໜງການ ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ຈະມີການສົນທະນາທາງໄກຜ່ານ Video link ກັບຊ່ຽວຊານຢູ່ຕ່າງປະເທດ ພ້ອມນັ້ນ ຈະໄດ້ສົນທະນາແລກປ່ຽນຄຳເຫັນຕໍ່ກັບວຽກງານດັ່ງກ່າວ ເຊິ່ງຢູ່ປະເທດຂອງພວກເຮົາຍັງຢູ່ໃນຂັ້ນເລີ່ມຕົ້ນທີ່ຈະຕ້ອງໄດ້ປັບປຸງ ພັດທະນາໃຫ້ກວ້າງຂວາງ ເປັນລະບົບ ແລະ ຕໍ່ເນື່ອງ.

ວຽກງານຂໍ້ມູນຂ່າວສານສາທາລະນະສຸກ ແມ່ນມີການພັດທະນາຢ່າງວ່ອງໄວຢູ່ໃນໂລກນີ້ ໂດຍໄດ້ນຳໃຊ້ Digital technology ເຂົ້າຮັບໃຊ້ໃນຂົງເຂດວຽກງານສາທາລະນະສຸກ ເຊິ່ງເອີ້ນວ່າ Digital Health ມັນກາຍເປັນພະລັງຂັບເຄື່ອນທີ່ກ້າວໜ້າໄວ ສົ່ງເສີມໃຫ້ມີຄວາມຄືບໜ້າໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ສະໜັບສະໜູນລະບົບສາທາລະນະສຸກໃຫ້ມີການພັດທະນາ ເລັ່ງໃສ່ຄວາມຈຳເປັນຂອງປະຊາຊົນ ຜູ້ບໍລິການ ແລະ ຜູ້ບໍລິຫານສາທາລະນະສຸກ ໃຫ້ມີຄວາມຊັດເຈນຫຼາຍຂຶ້ນກວ່າເກົ່າ.

ສຳລັບ ສປປ ລາວ ວຽກງານຂໍ້ມູນຂ່າວສານສາທາລະນະສຸກແມ່ນ 1 ໃນ 5 ເສົາຄໍ້າບູລິມະສິດຂອງການປະຕິຮູບສາທາລະນະສຸກ ເຊິ່ງໄດ້ເລີ່ມແຕ່ປີ 2013 ເປັນຕົ້ນມາ ໂດຍໄດ້ນຳໃຊ້ລະບົບ DHIS2 ໃນໃນການເກັບກຳຂໍ້ມູນຈາກຂັ້ນຮາກຖານຂຶ້ນມາສັງລວມໄວ້ຢູ່ກະຊວງ ເພື່ອດຳເນີນການວິເຄາະ ວິໄຈຕົວຊີ້ວັດ (ຕົວຊີ້ບອກຕ່າງໆ) ທີ່ຂຶ້ນກັບຂະແໜງການສາທາລະນະສຸກ ເຊິ່ງປັດຈຸບັນນີ້ ໄດ້ເຫັນຜົນປະໂຫຍດຫຼາຍຈາກການລົງທຶນໃນຂົງເຂດນີ້ ໃນຫຼາຍປີຜ່ານມາ ໂດຍສະເພາະໃນເວລາທີ່ມີການລະບາດຂອງພະຍາດຄືປັດຈຸບັນນີ້ ສາມາດເຂົ້າເຖິງຂໍ້ມູນຈາກພາກສ່ວນຕ່າງໆ ເພື່ອນຳມາຕັດສິນໃຈໃນການແກ້ໄຂບັນຫາໃຫ້ແທດເໝາະກັບສະພາບຕົວຈິງ.
# ຂ່າວ & ພາບ: ວຽງມາ