ພິທີມອບ-ຮັບໂຄງການກໍ່ສ້າງປະຕູນໍ້າ ແລະ ຄູປ້ອງກັນນໍ້າຖ້ວມ ຫ້ວຍພະນຽງ ບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງບໍລິສັດ ບຸນອຸ້ມ ຮຸ່ງຈະເລີນ ກໍ່ສ້າງຊົນລະປະທານ ຈໍາກັດຜູ້ດຽວ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນວ ຈັດຂຶ້ນວັນທີ 30 ມີນາ 2021 ທີ່ບ້ານໂນນຊາຍ ເມືອງປາກງື່ມ ໂດຍການມອບຂອງທ່ານ ທະນູສອນ ປັນຍານຸວົງ ປະທານບໍລິສັດ ບຸນອຸ້ມ ຮຸ່ງຈະເລີນ ກໍ່ສ້າງຊົນລະປະທານ ຈໍາກັດຜູ້ດຽວ ແລະ ຕາງໜ້າຮັບຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ຈາກນັ້ນ ໄດ້ມອບຕໍ່ໃຫ້ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນວ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າກົມ ພະນັກງານຂະແໜງກ່ຽວຂ້ອງ ພໍ່ແມ່ປະຊາຊົນ ແລະ ອໍານາດການປົກຄອງສອງບ້ານອ້ອມຂ້າງເຂົ້າຮ່ວມ.
ໂຄງການກໍ່ສ້າງປະຕູນໍ້າ ແລະ ຄູປ້ອງກັນນໍ້າຖ້ວມເຂດເມືອງປາກງື່ມ ແຕ່ບ້ານໂນນຊາຍ ຫາບ້ານໄຮ່ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກັນຍາ 2019 ເປັນຕົ້ນມາ ໂດຍແມ່ນບໍລິສັດ ບຸນອຸ້ມ ຮຸ່ງຈະເລີນ ກໍ່ສ້າງຊົນລະປະທານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດ ແດນສະຫວັນ ຈະເລີນຊັບ ວິສະວະກໍາ ທີ່ປຶກສາຜູ້ດຽວ ເປັນທີ່ປຶກສາປະຈໍາຢູ່ໂຄງການ ເພື່ອດໍາເນີນວຽກງານຂອງໂຄງການໃຫ້ໄປຕາມແຜນການກໍານົດໄວ້ ເຊິ່ງມາຮອດເດືອນ ພະຈິກ 2019 ໄດ້ເລີ່ມລົງມືສ້າງຄູປ້ອງກັນນໍ້າຖ້ວມ ແລະ ກໍ່ສ້າງອາຄານທໍ່ລອດຕາມຄູປ້ອງກັນນໍ້າຖ້ວມໄປພ້ອມກັນ ມາຮອດທ້າຍເດືອນມັງກອນ 2021 ແມ່ນໄດ້ສໍາເລັດໜ້າວຽກທັງໝົດ ໃນນີ້ ໜ້າວຽກທີ່ປະຕິບັດປະກອບມີ ກໍ່ສ້າງປະຕູນໍ້າຂອງປະມານ 150 ແມັດ ແລະ ຫ່າງຈາກນໍ້າງື່ມປະມານ 200 ແມັດ ຂະໜາດປະຕູ 2 x 2,50 ແມັດ ຈໍານວນ 4 ປະຕູ ກໍ່ສ້າງຄູປ້ອງກັນນໍ້າຖ້ວມລຽບແຄມແຕ່ບ້ານໂນນຊາຍ ຫາປະຕູນໍ້າມີຄວາມຍາວທັງໝົດ 4.475 ແມັດ ກໍ່ສ້າງຄູປ້ອງກັນນໍ້າຖ້ວມລຽບແຄມນໍ້າງື່ມແຕ່ປະຕູນໍ້າຫາບ້ານໄຮ່ (ຂົວສີທອງ) ມີຄວາມຍາວ 5.800 ແມັດ ສັນຄູກວ້າງ 6 ແມັດ ສາມາດປ້ອງກັນນໍ້າຖ້ວມໄດ້ໃນລະດັບ 14 ແມັດ (ທຽບໃສ່ນໍ້າຂອງ) ແລະ 162 ແມັດ (ທຽບໃສ່ລະດັບນໍ້າທະເລ) ປ້ອງກັນນໍ້າຂອງນອງໃນລະດູຝົນຍື່ງຂຶ້ນຕາມລໍາຫ້ວຍພະນຽງ ຖ້ວມເນື້ອທີ່ການຜະລິດ ແລະ ເກັບກັກນໍ້າໄວ້ຮັບໃຊ້ການຜະລິດໃນລະດູແລ້ງ ພ້ອມນັ້ນ ມີການກວດກາຄວາມຄືບໜ້າສໍາເລັດຂອງວຽກງານກໍ່ສ້າງ 3 ຄັ້ງຄື: ຄັ້ງທີ 1 ກວດກາຄວາມສໍາເລັດ 45,74% ຄັ້ງທີ 2 ກວດກາຄວາມສໍາເລັດ 87,54% ແລະ ຄັ້ງທີ 3 ກວດກາຄວາມສໍາເລັດ 100%.

ຫຼັງຈາກໂຄງການກໍ່ສ້າງສໍາເລັດແລ້ວ ສາມາດປ້ອງກັນບໍ່ໃຫ້ນໍ້າຖ້ວມເນື້ອທີ່ທໍາການຜະລິດກະສິກໍາໄດ້ທັງໝົດ 1.200 ເຮັກຕາ ແລະ ສາມາດເກັບກັກນໍ້າໄວ້ຫົດເນື້ອທີ່ປູກພືດອື່ນໆລະດູແລ້ງໄດ້ 150 ເຮັກຕາ ເຊິ່ງບ້ານທີ່ໄດ້ຮັບຜົນປະໂຫຍດ ມີບ້ານໂນນຊາຍ ບ້ານໄຮ່ ບ້ານດອນແຍງ ແລະ ບ້ານສົມປະເສີດ.

# ຂ່າວ & ພາບ: ຂັນທະວີ