ຖວທ ນວ ຈັດເຝິກອົບຮົມກ່ຽວກັບສື່ມວນຊົນ

    ເພື່ອພັດທະນາວຽກງານຖະແຫຼງຂ່າວໃຫ້ 9 ຕົວເມືອງ ວັນທີ 30 ມີນາ ປີ 2021 ທີ່ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດພິທີໄຂຊຸດອົບຮົມກ່ຽວກັບວຽກງານສື່ມວນຊົນປະຈໍາປີ 2021 ໃຫ້ບັນດາຫ້ອງການ ຖວທ ເມືອງ ໃນຂອບເຂດ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າຫ້ອງການ ຖວທ ເມືອງ ຫົວໜ້າຂະແໜງການ ວິທະຍາກອນ ແລະ ສຳມະນາກອນຈຳນວນ 30 ທ່ານເຂົ້າຮ່ວມ. 

    ໃນໂອກາດດັ່ງກ່າວນີ້ ທ່ານ ຄໍາຄູນ ໃບລາຕຣີ ໄດ້ກ່າວວ່າ: ຈຸດປະສົງໃນການຈັດເຝິກອົບຮົມໃນຄັ້ງນີ້ ແມ່ນເພື່ອແນໃສ່ປະຕິບັດແຜນພັດທະນາວຽກງານຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ປະຈຳປີ 2021 ທັງເປັນການຍົກລະດັບລະດັບຄວາມຮູ້ ຄວາມສາມາດດ້ານວຽກງານວິຊາສະເພາະໃຫ້ແກ່ຜູ້ຮັບຜິດຊອບວຽກງານຖະແຫຼງຂ່າວ ປະຈຳຢູ່ຫ້ອງການ ຖວທ ເມືອງຈຳນວນ 9 ເມືອງໃນທົ່ວ ນວ ແລະ ບັນດາບ້ານຈຸດສຸມ ກ່ຽວກັບວຽກງານສື່ມວນຊົນໃນໄລຍະໃໝ່ ເພື່ອສ້າງຄວາມເຂັ້ມແຂງເຂົ້າໃນວຽກງານດັ່ງກ່າວຢ່າງມີປະສິດທິຜົນ ແລະ ບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກເຝິກອົບຮົມທຸກທ່ານ ຈົ່ງນໍາເອົາຄວາມຮູ້ ບົດຮຽນ ແລະ ເຕັກກນິກໃໝ່ໆຈາກບັນດາອາຈານ ເພື່ອນຳໄປສຶບຕໍ່ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ເກີດຜົນປະໂຫຍດອັນຫຼວງຫຼາຍ ເພື່ອເຮັດໃຫ້ຕົນເອງກາຍເປັນນັກວິຊາການທີ່ມີຄຸນນະພາບ ແລະ ມີມາດຕະຖານອັນແນ່ນອນ ປະກອບສ່ວນໃຫ້ແກ່ກົມທີ່ຕົນເອງສັງກັດຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຖະແຫຼງຂ່າວ-ສື່ມວນຊົນຂອງ ນວ ໃຫ້ພົ້ນເດັ່ນຂຶ້ນ ກິດຈະກໍາຄັ້ງນີ້ ຈັດຂຶ້ນເປັນເວລາ 4 ວັນ ແຕ່ 30 ມີນາ ຫາ 2 ເມສາ 2021 ຈຶ່ງຈະສໍາເລັດ.​

                # ຂ່າວ & ພາບ: ອຸເປຂາ

error: Content is protected !!