ລ​ຊມ​ລ ມອບ 3 ລ້ານກວ່າໂດລາ ຄ່າ​ຊັບ​ພະ​ຍາ​ກອນ​​ແຮ່​ທາດໄຕ​ມາດ​ທີ 4 ປີ 2020

    ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ມອບຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ຈາກການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ ຂອງ​ໄຕ​ມາດ​ທີ 4 ປີ 2020 ຈໍານວນ 3.438.220,28 ໂດລາສະຫະລັດ ໃຫ້ລັດຖະບານລາວ ວັນທີ 29 ມີ​ນາ 2021 ເຊິ່ງມອບ​ໂດຍທ່ານ ພໍ ແຮ​ຣິ​ສ ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ແລະ ຮັບໂດຍທ່ານ ພູ​ດົງ ສຸ​ຂະ​ວົງ ຫົວ​ໜ້າ​ກົ​ມ​ຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ ກະ​ຊວງ​ການ​ເງິນ ມີທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ຍອດ​ລາຍ​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດໃຫ້​​ລັດ​ຖະ​ບານທັງໝົດຂອງປີ 2020 ເທົ່າກັບ  14,5 ລ້ານໂດລາສະຫະລັດ ນອກ​ຈາກ​ພັນ​ທະ​ອື່ນໆ​ທີ່​ໄດ້​ມອບ​ເຂົ້າ​ເປັນ​ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ ເປັນ​ຕົ້ນ ອາ​ກອນ​ກຳ​ໄລ ອາ​ກອນ​ນ້ຳ​ມັນເຊື້ອ​ໄຟ ແລະ ອາ​ກອນ​ລາ​ຍ​ໄດ້.

    ນັບແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ​​ປີ 2003 ເປັນ​ຕົ້ນ​ມາ ​ບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ປະ​ກອບ​ສ່ວນພັນ​ທະ​​ທີ່​ເປັນ​ລາຍ​ຮັບ​ໂດຍ​ກົງໃຫ້​ລັດ​ຖະ​ບານ​ລາວ ​ຫຼາຍກວ່າ 1,5 ຕື້ໂດລາສະຫະລັດ ຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ຫຼາຍກວ່າ ​172 ລ້ານໂດລາສະຫະລັດ.

​                              # ຂ່າວ & ພາບ: ສະບາໄພ

error: Content is protected !!