ກອງປະຊຸມຄັ້ງປະຖົມມະລຶກຂອງ ສປ ນວ ຊຸດທີ II ຈະໄຂຂຶ້ນວັນທີ 1-3 ເມສານີ້

    ທ່ານ ສາລະພິດ ສູນວໍລະວົງ ຄະນະປະຈຳ ເລຂາທິການສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ I ຖະແຫຼງຂ່າວກ່ຽວກັບຄວາມພ້ອມໃນການກະກຽມດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງ ສປ ນວ ຊຸດທີ II ວັນທີ 29 ມີນາ 2021 ວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງ ສປ ນວ ຊຸດທີ II ຈະໄຂຂຶ້ນວັນທີ 1-3 ເມສາ 2021 ຢູ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6 ) ເຊິ່ງຈະໄດ້ຮັບຟັງການລາຍງານ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພຶ້ນຖານຂອງ ນວ ຄື: ຮັບຟັງການລາຍງານຜົນການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກ ສປ ນວ ຊຸດທີ II ຮັບຮອງເອົາການສະເໜີເລືອກຕັ້ງເອົາປະທານ ຮອງປະທານ ກຳມະການຄະນະປະຈຳ ສປ ນວ ຊຸດທີ II ແລະ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸຄະລາກອນຂອງ ສປ ນວ ຊຸດທີ II ພິຈາລະນາ  ແລະ ຮັບຮອງເອົາການເລືອກຕັ້ງເຈົ້າຄອງ ນວ ການສະເໜີແຕ່ງຕັ້ງຮອງເຈົ້າຄອງ ນວ ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸຄະລາກອນຂອງອົງການປົກຄອງ ນວ ການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນພາກກາງ ປະທານສານປະຊາຊົນພາກກາງ ຫົວໜ້າອົງການໄອຍະການປະຊາຊົນ ແລະ ປະທານສານປະຊາຊົນ ນວ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຂອງ ນວ ແຜນການ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນ ສານປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ແຜນການ 5 ປີ (2021-2025) ຂອງ ສປ ນວ ແລະ ພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ຫຼັກການປະເມີນຫົວໜ່ວຍລາຄາຜົນລະປູກ ສິ່ງປຸກສ້າງ ເນື້ອທີ່ດິນທີ່ຖືກຜົນກະທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ເມືອງລ້ອງແຈ້ງ-ສະຖານີນາບົງ.

    ຈຶ່ງຂໍເຊີນຊວນບັນດາທ່ານ ພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນ ນວ ຈົ່ງຕິດຕາມຂ່າວສານຜ່ານສື່ມວນຊົນ ແລະ ການຖ່າຍທອດສົດຜ່ານທາງໂທລະພາບ ພ້ອມນີ້ ຍັງສາມາດສົ່ງຄຳຄິດເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມຜ່ານໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ຜ່ານຈົດໝາຍເອເລັກໂຕຣນິກ ທີ່ naassembly1vt@gmail.com.

                # ຂ່າວ & ພາບ: ສະບາໄພ

error: Content is protected !!