ພິທີມອບ-ຮັບລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ (ຜູ້ໃໝ່) ຈັດຂຶ້ນວັນທີ 29 ມີນາ 2021 ທີ່ກະຊວງ ຍທຂ ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພະນັກງານຫຼັກແຫຼ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.


ໃນພິທີ ທ່ານນາງ ວົງຄຳ ສຸທຳມະວົງ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບັນດານິກຳຕ່າງໆກ່ຽວກັບການຊັບຊ້ອນ ແລະ ແຕ່ງຕັ້ງລັດຖະມົນຕີ ຍທຂ ເປັນຕົ້ນ ມະຕິຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 9/ສພຊ ລົງວັນທີ 22/03/2021 ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງໃຫ້ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ແລະ ດຳລັດຂອງປະທານປະເທດ ສປປ ລາວ ເລກທີ 116/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການພັກການ-ຮັບອຸດໜູນບຳນານ ໂດຍໄດ້ອະນຸມັດໃຫ້ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ (ຜູ້ເກົ່າ) ອອກພັກການ-ຮັບອຸດໜູນບຳນານ.

ໂອກາດນີ້ ກໍໄດ້ຮັບຟັງການໂອ້ລົມຂອງທ່ານ ກິແກ້ວ ໄຂຄຳພິທູນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ໃຫ້ບັນດາສະຫາຍຄະນະພັກ ການນໍາທຸກຂັ້ນ ເປັນເອກະພາບນໍາສູນກາງພັກ ລັດຖະບານ ຕໍ່ການສັບປ່ຽນໜ້າທີ່ຄວາມຮັບຜິດຊອບຂອງພະນັກງານການນໍາຂັ້ນສູງໃນຄັ້ງນີ້ ສືບຕໍ່ນໍາພາແນວຄິດຂອງພະນັກງານ-ສະມາຊິກພັກຢູ່ແຕ່ລະພະແນກການ ໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການສັບປ່ຽນພະນັກງານການນໍາ ເພື່ອໃຫ້ການສະໜັບສະໜູນທ່ານລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ພ້ອມກັນຜ່ານຜ່າທຸກອຸປະສັກນາໆປະການໃຫ້ໄດ້ຮັບຜົນດີຂື້ນເລື້ອຍໆ ສືບຕໍ່ມີສະຖຽນລະພາບດ້ານການເມືອງຢ່າງໜັກ ແໜ້ນ ສັງຄົມມີຄວາມສະຫງົບ ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສ້າງຄວາມເປັນເອກະພາບພາຍໃນ ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ຮ່ວມມືໃນການພັດທະນາວຽກງານໃຫ້ມີຄວາມໜັກແໜ້ນ ປະຕິບັດແບບແຜນວິທີການເຮັດວຽກງານ ຍທຂ ໃຫ້ແຂງແຮງຂຶ້ນເປັນກ້າວໆ ຕາມຄຳຂວັນທີກະຊວງໄດ້ກຳນົດໄວ້ຄື ພັດທະນາວຽກງານ ຍທຂ ໃຫ້ເປັນປາຍແຫຼມ ມີຈຸດສຸມ ມີປະສິດທິຜົນສູງ ທັນສະໄໝ ປອດໄພ ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ