ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ເກົ່າ) ແລະ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່) ຈັດຂຶ້ນວັນທີ 29 ມີນາ 2021 ຢູ່ທີ່ ສຳນັກງານກະຊວງຍຸຕິທຳ ໂດຍມີທ່ານນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍອະດີດການນໍາອາວຸໂສບໍານານ ພະນັກງານ-ລັດຖະກອນຫຼັກແຫຼ່ງຂອງກະຊວງຍຸຕິທຳ ເຂົ້າຮ່ວມ.


ທ່ານ ໄຊສີ ສັນຕິວົງ ໄດ້ຂຶ້ນສັງລວມຫຍໍ້ ຜົນສໍາເລັດໃນການເຄື່ອນໄຫວວຽກງານຜ່ານມາ ແລະ ທິດທາງແຜນການທີ່ສຳຄັນ ເພື່ອສືບຕໍ່ຊີ້ນໍາ-ນຳພາໃນຕໍ່ໜ້າ ໃຫ້ຮູ້ວ່າ: ປັດຈຸບັນ ພະນັກງານ-ລັດຖະກອນຂອງຂະແໜງຍຸຕິທຳໃນຂອບເຂດທົ່ວປະເທດ ມີທັງໝົດ 2.501 ຄົນ ຍິງ 901 ຄົນ ໃນນີ້ ຢູ່ກະຊວງຍຸຕິທໍາມີ 386 ຄົນ ຍິງ 146 ຄົນ ຢູ່ສະຖາບັນຍຸຕິທຳ 3 ພາກ ມີ 170 ຄົນ ຍິງ 70 ຄົນ ຢູ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ບັນດາແຂວງມີ 720 ຄົນ ຍິງ 292 ຄົນ ແລະ ຢູ່ຫ້ອງການຍຸຕິທໍາເມືອງ ມີ 1.225 ຄົນ ຍິງ 393 ຄົນ.

ຜ່ານມາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ປັບປຸງດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 404/ນຍ ລົງວັນທີ 23 ພະຈິກ 2007 ມາເປັນດໍາລັດສະບັບເລກທີ 411/ນຍ ລົງວັນທີ 10 ພະຈິກ 2016 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຍຸຕິທໍາ ພ້ອມກັນນັ້ນ ໄດ້ພະຍາຍາມຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ x ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງຍຸຕິທຳ ເປັນ 6 ແຜນງານ 23 ໂຄງການ ບົນພື້ນຖານແຜນງານ ແລະ ໂຄງການດັ່ງກ່າວ ທັງໄດ້ແນະນໍາໃຫ້ຫ້ອງການ ບັນດາກົມ ສູນ ແລະ ສະຖາບັນຈັດຕັ້ງປະຕິບັດແຜນການ ແລະ ໂຄງການ ໂດຍຕິດພັນກັບພາລະບົດບາດ ໜ້າທີ່ຂອງຕົນ ຜ່ານການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການດັ່ງກ່າວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ໃນການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທຳ ລວມມີ 9 ກົດໝາຍ ໃນນີ້ ສ້າງໃໝ່ 3 ສະບັບ ແລະ ປັບປຸງ 6 ສະບັບ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ 6 ສະບັບ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ເປັນໃຈກາງປະສານສົມທົບກັບບັນດາກະຊວງ ອົງການທີ່ມີຄວາມຮັບຜິດຊອບໃນການສ້າງ ແລະ ປັບປຸງກົດໝາຍ ພ້ອມທັງຄົ້ນຄວ້າ ຮຽບຮຽງ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍ ໄດ້ທັງໝົດ 84 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 34 ສະບັບ ແລະ ປັບປຸງ 50 ສະບັບ ສາມາດປະຕິບັດໄດ້ 80% ຂອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທີ່ສະພາແຫ່ງຊາດຮັບຮອງ ພິເສດ ໄດ້ສຳເລັດການສ້າງປະມວນກົດໝາຍອາຍາ ແລະ ປະມວນກົດໝາຍແພ່ງ ສະບັບທຳອິດຂອງ ສປປ ລາວ.
# ຂ່າວ & ພາບ: ວຽງມາ