ງານແຂ່ງຂັນການນໍາສະເໜີບົດ ການນຳໃຊ້ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານກະສິກໍາ ເພື່ອເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ພາຍໃຕ້ໂຄງການເວທີນັກວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາໜຸ່ມນ້ອຍ ຈັດຂຶ້ນໃນວັນທີ 26 ມີນາ 2021 ຢູ່ຫ້ອງປະຊຸມຂອງຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ຈິດຕະພົງ ອັກຄະວົງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ທາ ບຸນທັນ ຫົວໜ້າຄະນະພາກວິຊາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ມຊ ພ້ອມດ້ວຍບັນດາຄະນະກຳມະການຮັບເຊີນ ແຂກຈາກຂະແໜງການກ່ຽວຂ້ອງ ແລະ ບັນດາອາຈານ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມທັງໝົດຈໍານວນ 150 ກວ່າຄົນ.

ທ່ານ ຈິດຕະພົງ ອັກຄະວົງ ກ່າວວ່າ: ການແຂ່ງຂັນໃນຫົວຂໍ້ ການນຳໃຊ້ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານກະສິກໍາ ເພື່ອເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ນີ້ຖືເປັນເວທີທີ່ເປີດໂອກາດໃຫ້ນັກຄົ້ນຄວ້າໜຸ່ມນ້ອຍ ກໍຄືບັນດານັກສຶກສາຂັ້ນມະຫາວິທະຍາໄລ ແລະ ວິທະຍາໄລ ໄດ້ສະແດງຫົວຄິດປະດິດສ້າງໃໝ່ໆ ໃນການນໍາໃຊ້ວິທະຍາສາດ ເຕັກໂນໂລຊີ ນະວັດຕະກຳ ໃນການແກ້ໄຂບັນຫາຕ່າງໆໃນຂົງເຂດກະສິກຳ ສ້າງຜະລິດຕະພັນໃໝ່ເຂົ້າສູ່ຕະຫຼາດ ແລະ ລິເລີ່ມເປັນທຸລະກິດຮູບແບບໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ.

ພາຍຫຼັງທີ່ໂຄງການໄດ້ເລີ່ມເປີດຮັບສະໜັກບົດສະເໜີໃນເດືອນທັນວາ 2020 ຫາເດືອນກຸມພາ 2021 ມີນັກສຶກສາຈໍານວນຫຼາຍ ໃຫ້ຄວາມສົນໃຈສົ່ງບົດສະເໜີເຂົ້າແຂ່ງຂັນ ເຊິ່ງໂຄງການໄດ້ຄັດເລືອກບົດສະເໜີຂອງນ້ອງນັກສຶກສາ 10 ທີມ ເພື່ອເຂົ້າຮ່ວມເຝິກອົບຮົມການພັດທະນາທຸລະກິດຈາກອາຈານຜູ້ມີປະສົບການເປັນເວລາ 5 ວັນ (22-26 ມີນາ 2021) ເພື່ອຮຽນຮູ້ການສ້າງທຸລະກິດທີ່ມີຫຼັກການ ແລະ ສາມາດນໍາຄວາມຮູ້ໄປຕໍ່ຍອດ ທັງເປັນການກຽມຄວາມພ້ອມໃຫ້ນັກສຶກສາໃນການນໍາສະເໜີບົດໃນການແຂ່ງຂັນຊີງຊະນະເລີດໃນຄັ້ງນີ້ ເຊິ່ງທີມຊະນະເລີດໃນການແຂ່ງຂັນຄັ້ງນີ້ ແມ່ນໄດ້ຮັບເງິນລາງວັນເພື່ອໄປຕໍ່ຍອດການຄົ້ນຄວ້າ ແລະ ຈະໄດ້ເຂົ້າຮ່ວມສຳມະນາ ແລະ ທັດສະນະສຶກສາຮ່ວມກັບນັກຄົ້ນຄວ້າໜຸ່ມນ້ອຍຈາກບັນດາປະເທດສະມາຊິກຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຕໍ່ໄປ.

ຜ່ານການແຂ່ງຂັນ ຜົນປາກົດວ່າ: ຊະນະເລີດ ທີມວາເທັກ ຫົວຂໍ້ ນະວັດຕະກໍາການບໍລິຫານນໍ້າ ໂດຍໃຫ້ນໍ້າຢອດແບບອັດສະລິຍະ ເພື່ອເພີ່ມຜົນຜະລິດ ສ້າງລາຍຮັບ ແລະ ຫຼຸດຕົ້ນທຶນຂອງຊາວກະສິກອນ) ໄດ້ຮັບເງິນລາງວັນ 5 ລ້ານກີບ ຮອງຊະນະເລີດ ທີມແພນເຕີ ເທັກ ຫົວຂໍ້ ປະດິດເຄື່ອງດໍານາຂະໜາດນ້ອຍ ໃຊ້ເຂົ້າໃນການກະສິກໍາໃຫ້ໄດ້ຜົນຜະລິດສູງ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ອັນດັບ 3 ທີມເທເລຄອມມູນິເຄຊັ່ນ ຫົວຂໍ້ ລະບົບອັດສະລິຍະເພື່ອຊາວກະສິກອນ ເພື່ອຕອບໂຈດການໃຫ້ນໍ້າພືດຢ່າງເໝາະສົມ ແລະ ວິເຄາະຂໍ້ມູນສະພາບແວດລ້ອມເພື່ອປູກພືດໃຫ້ມີປະສິດທິພາບ ໄດ້ຮັບເງິນລາງວັນ 2 ລ້ານກີບ.
# ຂ່າວ & ພາບ: ສີພອນ