ພິທີລົງນາມສັນຍາຮ່ວມມືລົງທຶນ ແລະ ການຈັດສັນຄຸ້ມຄອງຕອນດິນ ຕອນທີ 3 ຂອງເຂດເສດຖະກິດພິເສດບຶງທາດຫຼວງ ຈັດຂຶ້ນວັນທີ 26 ມີນາ 2021 ຢູ່ເຂດເສດຖະກິດດັ່ງກ່າວ ລະຫວ່າງທ່ານນາງ Huang Xiu Wen ຜູ້ອໍານວຍການເສດຖະກິດພິເສດບຶງທາດຫຼວງ ແລະ ທ່ານ ອິນທີ ເດືອນສະຫວັນ ຜູ້ອໍານວຍການໃຫຍ່ບໍລິສັດ ກຼີນດີສໂຄເວີຣີ ລາວ ມີທ່ານນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາພະແນກການ ທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ Huang Xiu Wen ກ່າວວ່າ: ໂຄງການເຂດເສດຖະກິດພິເສດບຶງທາດຫຼວງ ໄດ້ຮັບອະນຸມັດຈາກລັດຖະບານລາວທ້າຍປີ 2011 ແລະ ໄດ້ຮັບການສະໜັບສະໜູນທຶນຈາກກຸ່ມບໍລິສັດ ວ້ານເຟີງຊຽງໄຮ້ ໂດຍໂຄງການແຕ່ເດີມເປັນເຂດດິນຊຸມຊົນ ເນື້ອທີ່ 365 ເຮັກຕາ ປະກອບມີເຂດວັດທະນະທໍາ ສະຖານທີ່ທ່ອງທ່ຽວ ເຂດການຄ້າ ສະຖາບັນການເງິນ ໂຮງແຮມ ທີ່ພັກອາໄສ ການຂົນສົ່ງ ໂຮງຮຽນ ໂຮງໝໍ ແລະ ເຂດອຸດສາຫະກໍາຕ່າງໆ ການຮ່ວມມືຄັ້ງນີ້ ເພື່ອສ້າງຕັ້ງສູນການຄ້າ QMALL ໂດຍຖືກອອກແບບດ້ວຍແນວຄິດທີ່ວ່າ “ໃຫ້ການບໍລິການເຂດຊຸມຊົນໃນທ້ອງຖິ່ນ) ສຸມໃສ່ຄວາມຕ້ອງການໃນຊີວິດປະຈໍາວັນ ສະໜອງການບໍລິການສະດວກຊື້” ແລະ ຮ່ວມກັນພັດທະນາແນວຄວາມຄິດ ແລະ ການດໍາເນີນງານຂອງສູນການຄ້າຊຸມຊົນ ເພື່ອສະໜອງໃຫ້ການບໍລິການຂາຍຍ່ອຍ ຮ້ານຄ້າສະດວກຊື້ ດ້ານສຸຂະພາບ ຄວາມບັນເທີງ ສະຖານທີ່ພັກຜ່ອນ ຮ້ານອາຫານ ແລະ ອື່ນໆ ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ບໍລິສັດ ກຼີນດີສໂຄເວີຣີ ລາວ ມີຄວາມມຸ່ງໝັ້ນທີ່ຈະຮ່ວມມືກັນສ້າງສູນການຄ້າ QMALL ເປັນເຄື່ອງໝາຍການຄ້າອັນດັບໜຶ່ງໃນຊຸມຊົນ ແລະ ຄົ້ນຫາໂອກາດການຮ່ວມມືດ້ານອື່ນໆ ໃນການຄຸ້ມຄອງບໍລິຫານສິ່ງອໍານວຍຄວາມສະດວກ ແລະ ການລົງທຶນ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນລາວ ເນື້ອທີ່ໂຄງການ 20.000 ຕາແມັດ ເຊິ່ງມີໂຄງສ້າງເດີມ 8.500 ຕາແມັດ ໄລຍະເວລາການຮ່ວມມື 20 ປີ.


ທ່ານ ອິນທີ ເດືອນສະຫວັນ ກ່າວວ່າ: ພວກເຮົາເຫັນໂອກາດໃນການຟື້ນໂຕຂອງເສດຖະກິດ ເຊິ່ງປັດຈຸບັນ ສະຖານທີ່ບຶງທາດຫຼວງມີຜູ້ປະກອບການທຸລະກິດຫຼາຍສາຂາເຂົ້າມາໃຫ້ບໍລິການ ເພື່ອບໍລິການນັກທ່ອງທ່ຽວ ນັກລົງທຶນ ແລະ ປະຊາຊົນທີ່ເຂົ້າມາໃນເຂດ ພວກເຮົາໝັ້ນໃຈວ່າ ຈະພັດທະນາເຂດດັ່ງກ່າວໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ມາໃຊ້ບໍລິການ ຊາວຄ້າ-ຂາຍ ແລະ ຜູ້ລົງທຶນ ໃຫ້ມີຜົນກໍາໄລໄປນໍາກັນ.


# ຂ່າວ & ພາບ: ສະບາໄພ