ມອບ-ຮັບລະບົບໄຟເຍືອງທາງ 7 ເສັ້ນ ແລະ ລະບົບນໍ້າພຸສວນປະຕູໄຊ

    ພິທີມອບ-ຮັບ ລະບົບໄຟເຍືອງທາງ 7 ເສັ້ນ ແລະ ລະບົບນໍ້າພຸສວນປະຕູໄຊ ພາຍໃຕ້ໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ຈັດຂຶ້ນວັນທີ 26 ມີນາ 2021 ທີ່ສວນສາທາລະນະປະຕູໄຊ ໂດຍກ່າວມອບຂອງທ່ານ ຈຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ແລະ ໃຫ້ກຽດກ່າວຮັບຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນການພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາຂັ້ນສູງຝ່າຍລາວ ແລະ ຝ່າຍຈີນ ເຂົ້າຮ່ວມຢ່າງພ້ອມພຽງ. 

    ໃນພິທີ ທ່ານ ຊົງເລົາ ຢົງນູ ກໍາມະການພັກນະຄອນຫຼວງວຽງຈັນ ຫົວໜ້າຮັບຜິດຊອບໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍຫຍໍ້ ຜົນສໍາເລັດການຈັດຕັ້ງປະຕິບັດໂຄງການວ່າ: ໂດຍອີງຕາມສານແລກປ່ຽນລະຫວ່າງລັດຖະບານລາວ ແລະ ລັດຖະບານ ສປ ຈີນ ລົງວັນທີ 10 ກຸມພາ 2020 ກ່ຽວກັບລັດຖະບານຈີນເຫັນດີຊ່ວຍເຫຼືອລັດຖະບານລາວ ໃນການຈັດຕັ້ງປະຕິບັດໂຄງການແສງສະຫວ່າງໃນເຂດເທສະບານໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸຢູ່ສວນປະຕູໄຊ ຕາງໜ້າທັງສອງຝ່າຍລາວ-ຈີນ ໄດ້ເຊັນສັນຍາປະຕິບັດໂຄງການວັນທີ 18 ມິຖຸນາ 2020 ປະກອບມີ 2 ໜ້າວຽກຄື: ການປັບປຸງຍົກລະດັບນໍ້າພຸ ໄຟເຍືອງສວນ ລະບົບນໍ້າຢູ່ສວນປະຕູໄຊ ປັບປຸງຍົກລະດັບແສງສະຫວ່າງໄຟເຍືອງທາງ 7 ເສັ້ນທາງຢູ່ໃນເຂດໃຈກາງເມືອງນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືປະຕິບັດພາກສະໜາມມາແຕ່ວັນທີ 12 ກັນຍາ 2020 ຮອດວັນທີ 27 ພະຈິກ 2020 ໄດ້ສໍາເລັດໂດຍພື້ນຖານດ້ານການກໍ່ສ້າງ ແລະ ຕິດຕັ້ງ ສາມາດເປີດນໍາໃຊ້ຢ່າງເປັນທາງການທັນຕາມກໍານົດເວລາທີ່ສອງພັກ-ສອງລັດໄດ້ກໍານົດໄວ້ ເພື່ອເປັນຂອງຂວັນຄໍານັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຫຼັງຈາກນັ້ນ ທີມງານໄດ້ສືບຕໍ່ຈັດຕັ້ງປະຕິບັດໜ້າວຽກຈໍານວນໜຶ່ງທີ່ຍັງບໍ່ທັນສໍາເລັດ ປະກອບມີ ການຟື້ນຟູທາງຍ່າງ ການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມ ລວມທັງລະບົບສັນຍານສົ່ງຂໍ້ມູນ ປັບປຸງເສົາໄຟເຍືອງທາງບາງຈຸດຄືນໃໝ່ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ແລະ ໄດ້ສໍາເລັດຕາມແຜນການວັນທີ 25 ກຸມພາ 2021.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!