ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢືນຢັນໃນພິທີຖະແຫຼງຂ່າວ ໃນວັນທີ 11 ເມສາ 2020 ນີ້ວ່າ: ມາຮອດວັນທີ 11 ເມສານີ້ ສປປ ລາວ ກວດພົບຜູ້ຕິດເຊື້ອໄວຣັສ COVID-19 ເພີ່ມອີກ 2 ກໍລະນີ ຈາກຜົນກວດວິເຄາະຫາເຊື້ອທັງໝົດ 62 ກໍລະນີ ລວມເປັນ 18 ກໍລະນີ ທັງສອງກໍລະນີທີ່ຕິດເຊື້ອໃໝ່ ເປັນເພດຍິງ ອາຍຸ 32 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສຳຜັດໃກ້ຊິດກັບກໍລະນີທີ 16 (ຢູ່ຫ້ອງແຖວດຽວກັນ) ປັດຈຸບັນໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.

ສຳລັບການເຄື່ອນໄຫວ ກໍລະນີທີ 17 ຜູ້ກ່ຽວສຳຜັດໃກ້ຊິດກັບກໍລະນີທີ 16 ໃນວັນທີ 4 ເມສາ 2020 ຜູ້ກ່ຽວໄດ້ກິນເຂົ້າຮ່ວມກັບກໍລະນີທີ 16 ຢູ່ຫ້ອງແຖວ ຮອດວັນທີ 7 ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ ໄອແຫ້ງ ແລະ ປວດຕົນໂຕ ໄດ້ໄປຊື້ຢາມາກິນເອງ ວັນທີ 8-9 ເມສາ ຍັງມີອາການບໍ່ດີຂຶ້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ວັນທີ 10 ເມສາ ພາຍຫຼັງທີ່ກໍລະນີທີ 16 ຖືກຢັ້ງຢືນວ່າຕິດເຊື້ອ ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດອຳບູລັງໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອ ແລະ ເຂົ້ານອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ ມີຜູ້ໃກ້ຊິດກັບກໍລະນີທີ 17 ທັງໝົດ 6 ຄົນ (ໝູ່ຢູ່ຫ້ອງແຖວດຽວກັນ ທີ່ກິນເຂົ້າຮ່ວມກັນ ແລະ ໝູ່ທີ່ກິນເຂົ້ານຳກັນຢູ່ບ້ານສາລາຄຳ) ສ່ວນກໍລະນີທີ 18 (ເປັນໝູ່ໃກ້ຊິດ ໃຊ້ຊິວິດຮ່ວມກັນຢູ່ຫ້ອງດຽວກັນກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດແມ່ນຄືກັນ ລົດອຳບູລັງໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.



ຢ່າງໃດກໍຕາມ ຕົວເລກຜູ້ຕິດເຊື້ອໄວຣັສນີ້ ແມ່ນເພີ່ມຂຶ້ນທຸກໆມື້ໃນທົ່ວໂລກ ນັບທັງ ສປປ ລາວ ກໍເຊັ່ນກັນ ສະນັ້ນ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດນີ້ບໍ່ໃຫ້ເພີ່ມຂຶ້ນອີກໃນລາວ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ປະຕິບັດຄຳສັງເລກທີ 06/ນຍ ຂອງລັດຖະບານວາງອອກຢ່າງເຄັ່ງຄັດ ໂດຍສະເພາະໃນໄລຍະປີໃໝ່ລາວ ຂໍໃຫ້ປະຊາຊົນຢຸດເຄື່ອນໄຫວ ຢຸດອອກບ້ານ ຢຸດຊຸມແຊວ ຢຸດໄປມາຫາສູ່ເຊິ່ງກັນ ແລະ ກັນ ເພື່ອຄອບຄົວ ເພື່ອສັງຄົມ ແລະ ເພື່ອປະເທດຊາດ ຕ້ານ COVID-19 ບໍ່ໃຫ້ເພີ່ມຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.