ແລກປ່ຽນຄໍາເຫັນ ການປົກປ້ອງຊັບສິນທາງປັນຍາດ້ານວັດທະນະທໍາ ຂອງຊົນເຜົ່າໃນ ສປປ ລາວ

    ກອງປະຊຸມສໍາມະນາ ການປົກປ້ອງຊັບສິນທາງປັນຍາດ້ານວັດທະນະທໍາຂອງຊົນເຜົ່າໃນ ສປປ ລາວ ຈັດຂຶ້ນວັນທີ 26 ມີນາ 2021 ຢູ່ໂຮງແຮງຄຣາວ ພລາຊາ ນະຄອນຫຼວງວຽງຈັນ ມີທ່ານ ສໍາລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ພັນທະນາສອນ ພິນພັກດີ ຮອງຫົວໜ້າກົມວັດທະນະທໍາມະຫາຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີບັນດາທ່ານຫົວໜ້າພະແນກ-ຮອງພະແນກ ວິຊາການ ພາກສ່ວນທີ່ກ່ຽວຂ້ອງກັບການອະນຮັກ ແລະ ສົ່ງເສີມວັດທະນະທໍາ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໄດ້ກ່າວວ່າ: ກອງປະຊຸມສໍາມະນາແລກປ່ຽນຄໍາເຫັນ ພາຍໃຕ້ຫົວຂໍ້: ການປົກປ້ອງຊັບສິນທາງປັນຍາດ້ານວັດທະນະທໍາຂອງຊົນເຜົ່າໃນ ສປປ ລາວ-ແຜນດໍາເນີນງານໃນຕໍ່ໜ້າ ໄດ້ຮັບການຈັດຕັ້ງຂຶ້ນໂດຍພາຍໃຕ້ການຮ່ວມມືລະຫວ່າງສະມາຄົມຫັດຖະກໍາລາວ ສູນສິລະປະ ແລະ ຊົນເຜົ່າວິທະຍາ ກົມວິຊາການກ່ຽວຂ້ອງ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.

     ກ່ອນຈະເປີດບັ້ນສົນທະນາຄໍາຄິດຄໍາເຫັນ ຂ້າພະເຈົ້າຂໍອະນຸຍາດແຈ້ງໃຫ້ບັນດາທ່ານຊາບເຖິງເຫດຜົນ ແລະ ຄວາມເປັນມາຂອງການຈັດຕັ້ງກອງປະຊຸມໃນຄັ້ງນີ້ວ່າ: ໃນລະຫວ່າງວັນທີ 2 ເມສາ 2019 ພວກເຮົາໄດ້ພົບເຫັນມີບໍລິສັດຜະລິດເສື້ອຜ້າເຄື່ອງນຸ່ງຫົ່ມ ຊື່ວ່າ ແມັກມາລາ ຂອງປະເທດອີຕາລີ ໄດ້ທໍາການລອກແບບ ນໍາເອົາລວດລາຍດອກດວງແບບດັ້ງເດີມຈາກເຄື່ອງນຸ່ງຂອງຊົນເຜົ່າໂອມາ ລົງພິມໃສ່ເຄື່ອງນຸ່ງຫົ່ມທີ່ພວກເຂົາຜະລິດຂາຍ ເຊິ່ງພິມດ້ວຍລະບົບຄອມພິວເຕີໂດຍບໍ່ໄດ້ໃຫ້ຂໍ້ມູນ ຫຼື ອ້າງອີງວ່າລວດລາຍດັ່ງກ່າວນີ້ມາຈາກໃສ ? ເວົ້າລວມແລ້ວ ຊົນເຜົ່າໂອມາ ເຊິ່ງເປັນຜູ້ປະດິດຄິດຄົ້ນດອກດວງນັ້ນຂຶ້ນ ບໍ່ຮູ້ເລີຍ ວ່າມີບໍລິສັດໃດໜຶ່ງນໍາໃຊ້ລາຍດອກດວງຂອງຕົນເອງເພື່ອຜົນປະໂຫຍດໃນການຜະລິດສິນຄ້າຂາຍ ແຕ່ກົງກັນຂ້າມ ເຜົ່າໂອມາ ເຊິ່ງເປັນຜູ້ເປັນເຈົ້າຂອງແບບລວດລາຍນັ້ນ ພັດເປັນຜູ້ເສຍຜົນປະໂຫຍດຈາກປະສົບການທີ່ເກີດຂຶ້ນກັບເຜົ່າໂອມາໃນຄັ້ງນີ້ ພວກເຮົາເຫັນວ່າ ຊາວຊ່າງຫັດຖະກໍາຂອງພວກເຮົາທັງໝົດ ມີຄວາມສ່ຽງຕໍ່ການຖືກລັກລອກແບບລາຍຜ້າ ດອກດວງ ລວດລາຍເຄື່ອງນຸ່ງຖື.

    ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ສປປ ລາວ ເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຜ້າແພ ແລະ ລວດລາຍຕ່າງໆຢ່າງຫຼວງຫຼາຍ ພວກເຮົາມີ 50 ຊົນເຜົ່າທີ່ເປັນທາງການ ແຕ່ລະຊົນເຜົ່າລ້ວນແລ້ວແຕ່ມີລວດລາຍທີ່ສວຍງາມເປັນເອກະລັກຂອງເຜົ່າຕົນເອງ ເຊິ່ງມີຄວາມສໍາຄັນໃນການອະນຸຮັກຮັກສາໄວ້ເປັນມໍລະດົກຕົກທອດໄວ້ຊົ່ວລູກ ຊົ່ວຫຼານ ແລະ ມີຄຸນປະໂຫຍດສະແດງໃຫ້ເຫັນເຖິງຮູບແບບວັດທະນະທໍາການນຸ່ງຖືທີ່ອຸດົມສົມບູນ ແລະ ມີຄຸນຄ່າຂອງເຂົາເຈົ້າ.

​                              # ຂ່າວ & ພາບ: ສີພອນ

error: Content is protected !!