ຕາມການລາຍງານຂອງທ່ານ ມານະສິນ ວົງໄຊ ຜູ້ອຳນວຍການລັດວິສາຫະກິດຮຸ້ນລາວ (ລຮລ) ໃນກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການປີ 2021 ໃນວັນທີ 26 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດ ໃຫ້ຮູ້ວ່າ: ປີ 2020 ມີ 4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນ ຜະລິດພະລັງງານໄຟຟ້າໄດ້ 18.940 ກິກະວັດໂມງ (GWh) ໃນນີ້ ໂຄງການໄຟຟ້ານໍ້າເທີນ 2 ຜະລິດໄດ້ 4.953 GWh ໂຄງການຄວາມຮ້ອນຫົງສາ ຜະລິດໄດ້ 11.356 GWh ໂຄງການເຊປ່ຽນ-ເຊນໍ້ານ້ອຍ ຜະລິດໄດ້ 1.516 GWh ແລະ ໂຄງການນໍ້າງຽບ 1 ຜະລິດໄດ້ 1.115 GWh ມູນຄ່າ 1.097 ລ້ານໂດລາສະຫະລັດ.


ປີຜ່ານມາ ລຮລ ມີລາຍຮັບ 26,25 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບຈາການປັນຜົນໂຄງການໄຟຟ້ານໍ້າເທີນ 2 ໄຟຟ້າຄວາມຮ້ອນຫົງສາ ການຂາຍຂີ້ເຖົ່າລອຍ ມີກຳໄລ 3,03 ລ້ານໂດລາສະຫະລັດ (ນັບແຕ່ປີ 2016-2020 ມີລາຍຮັບທັງໝົດ 188,53 ລ້ານໂດລາສະຫະລັດ ໄດ້ຊຳລະຕົ້ນທຶນ ແລະ ດອກເບ້ຍເງິນກູ້ທັງໝົດ 153.339.926 ໂດລາສະຫະລັດ) ພ້ອມກັນນັ້ນ ກໍໄດ້ປະຕິບັດພັນທະຕາມລະບຽບກົດໝາຍຢ່າງຄົບຖ້ວນ ນັບແຕ່ປີ 2016-2020 ໄດ້ມອບພັນທະເຂົ້າງົບປະມານຂອງລັດຖະບານໄດ້ 16.484.672 ໂດລາສະຫະລັດ ສຳລັບປີ 2020 ໄດ້ມອບພັນທະເຂົ້າງົບປະມານຂອງລັດຖະບານ 599.126 ໂດລາສະຫະລັດ.


ນອກຈາກນັ້ນ ກໍໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ບໍລິຫານລາຍຮັບ-ລາຍຈ່າຍຢ່າງຮັດກຸມ ມີຄວາມໂປ່ງໃສ ຖືກຕ້ອງຕາມລະບຽບບັນຊີການເງິນ ໂດຍມີການກວດສອບຈາກອົງການກວດສອບແຫ່ງລັດ ບໍລິສັດສາກົນຈາກພາຍນອກ ຕິດຕາມເອກະສານລາຍງານການເງິນຈາກຜູ້ສະໜອງທຶນໃຫ້ແກ່ ລຮລ ພັດທະນາລະບົບການບໍລິຫານອົງກອນຕາມລະບົບບໍລິຫານຄຸນນະພາບຕາມມາດຕະຖານສາກົນ ISO 9001:2015 Quality Mangement System ນອກຈາກນີ້ ກໍໄດ້ເອົາໃຈໃສ່ວຽກງານສະມາຊິກພັກ ນັບແຕ່ ລຮລ ໄດ້ສ້າງຕັ້ງມາ ໜ່ວຍພັກມີຄວາມເຕີບໃຫຍ່ ເຂັ້ມແຂງ ແລະ ສາມາດຍາດໄດ້ນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 10 ສະໄໝຕິດຕໍ່ກັນ ແລະ ຍັງໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2019 ແລະ ປີ 2020 ອີກດ້ວຍ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ