​ Lenovo ນໍາສະເໜີ ThinkBook ຮຸ່ນໃໝ່ຫຼ້າສຸດ ຮັບທ່າອ່ຽງ “work-from-anywhere”

    ວັນທີ 25 ມີນາ 2021 ເລີໂນໂວ (Lenovo) ນໍາສະເໜີແລັບທັອບ ThinkBook ຮຸ່ນໃໝ່ຫຼ້າສຸດ ທີ່ອອກແບບມາເພື່ອເປັນຕົວຊ່ວຍໃຫ້ຄົນເຮັດວຽກໃນປັດຈຸບັນ ກ້າວຜ່ານຄວາມທ້າທາຍແຫ່ງຍຸກທີ່ເກີດຂຶ້ນດ້ວຍການປະສົມປະສານປັດຊະຍາການອອກແບບສະໄໝໃໝ່ ເຂົ້າກັບຄຸນສົມບັດທີ່ສັນສ້າງຂຶ້ນເພື່ອຕອບຮັບທ່າອ່ຽງ “ເຮັດວຽກໄດ້ຈາກທຸກບ່ອນ “work-from-anywhere” 

    ແລັບທັອບຮຸ່ນໃໝ່ໃນຕະກູນ ThinkBook ປະກອບດ້ວຍ ThinkBook Plus Gen 2 i, ThinkBook 13s Gen 2 i, ThinkBook 13x i, ThinkBook 14s Yoga i, ThinkBook 14p Gen 2, ThinkBook 15 Gen 2 i ແລະ ThinkBook 16p Gen 2 ໃນຂະນະທີ່ອົງກອນທຸລະກິດຂະໜາດໃຫຍ່ ຕ່າງກໍກຳລັງປັບໂຕເພື່ອໃຫ້ເຂົ້າກັບວິຖີການເຮັດວຽກແບບໃໝ່ ທຸລະກິດຂະໜາດນ້ອຍ ແລະ ກາງ ຕ້ອງປະເຊີນກັບການປັບໂຕໃນການນຳຕົວແບບທຸລະກິດແບບປະສົມມາໃຊ້ໄດ້ຍາກຍິ່ງກວ່າ  ເລີໂນໂວ ຈຶ່ງອອກແບບເຕັກໂນໂລຊີທີ່ຈະຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດເດີນໜ້າຕໍ່ໃນຍຸກແຫ່ງການປ່ຽນແປງນີ້ໄດ້. 

    ThinkBook Plus Gen 2 i ຈໍສະແດງຜົນ e-Ink ມາພ້ອມ STB ເພີ່ມຈາກ 48% ເປັນ 68% ພື້ນທີ່ໃຊ້ວຽກ 12 ນິ້ວ ຄວາມລະອຽດຂອງຈໍ top cover ເພິ່ມຂຶ້ນ 2560×1600 ຂອງຈໍສະແດງຜົນຫຼັກ ປະສິດທິຜົນສູງຂຶ້ນດ້ວຍອັດຕາການຣີເຟສທີ່ດີຂຶ້ນ ແລະ e-Ink User Interface ຄິດຄົ້ນ ແລະ ອອກແບບໃໝ່ເພື່ອໃຫ້ເຂົ້າເຖິງແອັບພລີເຄເຊິນເພີ່ມຜະລິດຕະພາບໄດ້ສະດວກຂຶ້ນໂດຍບໍ່ຕ້ອງເປີດຝາ ຄວາມບາງ 13.9 ມິລີແມັດ ໜັກ 1,3 ກິໂລ ແລະ ປ່ຽນເປັນຈໍສະແດງຜົນແສງສີຟ້າຕ່ຳ 16:10 ແບບໃໝ່ ເຊິ່ງອັດຕາສ່ວນ STB ເພີ່ມຈາກ 78% ເປັນເກືອບ 90% ເພື່ອມອບປະສົບການໃຊ້ງານໜ້າຈໍແບບເກືອບຂອບຈຳຂອບ ປະສິດທິພາບການໂຕ້ຕອບຂອງໜ້າຈໍແບບສຳຜັດ ຍົກລະດັບດ້ວຍບິກແບບໃໝ່ ເຮັດໜ້າທີ່ເປີດແອັບພລີເຄເຊິນທີ່ເລືອກໂດຍອັດຕະໂນມັດ ລະບົບການເຊື່ອມຕໍ່ປະກອບດ້ວຍພອດ Intel Thunderbolt ™ 4, Wi-Fi 61 ແລະ ThinkBook Charging Mat ເຊິ່ງຊຸກຍູ້ໂດຍເຕັກໂນໂລຊີ Power by Contact® ຂອງ Energysquare ສາມາດສາກແບັດເຕີຣີຂະໜາດໃຫຍ່ແບບໄຮ້ສາຍ ສາມາດໃຊ້ວຽກໄດ້ຕໍ່ເນື່ອງ 15 ຊົ່ວໂມງ ຫຼື ດົນ 24 ຊົ່ວໂມງ.

    ThinkBook 13x i ມາພ້ອມຂະໜາດກະທັດຮັດ ມີສີ Storm Grey ຫຼື Cloud Grey ເປັນໜຶ່ງໃນແລັບທັອບເພື່ອໃຊ້ວຽກທຸລະກິດ ຂະໜາດ 13 ນິ້ວ ບາງ 12,9 ມິລີແມັດ ໜັກ 1,2 ກິໂລ ມາພ້ອມກັບພອດ Dolby Vision, Dolby Atmos ແລະ Thunderbolt 4 ອອກແບບເທິງແພລດຟອມ Intel Evo ແລະ ຊຸກຍູ້ໂດຍໂປຣເຊສເຊີ 11th Gen Intel Core Processor ທີ່ໃຊ້ພະລັງງານຕໍ່າ ThinkBook Plus Gen 2 i ແລະ 13x i ໃຫ້ຄວາມໄວ ຄວາມສະຫຼາດ ຍືດອາຍຸການໃຊ້ວຽກທີ່ດີເລີດຂອງແບັດເຕີຣີໄວ້ ການເພີ່ມ wireless LAN ໄຮ້ສາຍຄວາມໄວສູງດ້ວຍ Wi-Fi 61 ແບັດເຕີຣີ 53 ວັດຕໍ່ຊົ່ວໂມງ ສາມາດປັບເຂົ້າກັບສະຖານະການໃຊ້ວຽກສ່ວນໃຫຍ່ ທັງໃນ ແລະ ນອກພື້ນທີ່ເຮັດວຽກຫຼັກ. 

    ThinkBook 14p ແລະ 16p ຊຸກຍູ້ດ້ວຍ AMD Ryzen™ 9 5000 H Series Mobile Processors ເວີຊັ່ນຫຼ້າສຸດ ຈຶ່ງເປັນທີ່ສົນໃຈຂອງຜູ້ໃຊ້ວຽກລະດັບສູງທີ່ຕ້ອງການຮຸ່ນປະສິດທິຜົນ ຄຸນນະພາບການສະແດງຜົນແບບມືອາຊີບ ໜ່ວຍຄວາມຈຳທີ່ປະມວນຜົນໄວ ແລະ ເຊື່ອມຕໍ່ດ້ວຍຄວາມໄວສູງ ຮອງຮັບການປະຊຸມຜ່ານ video conference ຜ່ານ webcam ລະດັບ Full HD ເຊິ່ງເປັນອຸປະກອນເສີມທີ່ໄດ້ຮັບການປົກປ້ອງໂດຍຝາປິດ ThinkShutter ພ້ອມ Touchpad ໃຫຍ່ຂຶ້ນ ແລະ ຄີບອດສະທ້ອນແສງທີ່ກວດຈັບແສງໂດຍຮອບ ມີປຸ່ມລັດສຳລັບເຂົ້າເຖິງລະບົບເອີ້ນປະຊຸມ video conference ຢ່າງວ່ອງໄວ ອັນກໍຣິທຶມການຕັດສຽງລົບກວນທີ່ໃຊ້ AI ຈະລະງັບສຽງລົບກວນອ້ອມຂ້າງ ແລະ ຜູ້ໃຊ້ສາມາດສະຫຼັບໂໝດສຽງລະຫວ່າງໂໝດ Private ໂໝດ Shared ຫຼື ໂໝດ Environmental ThinkBook 14p ຄວາມບາງ 16,9 ມິລີແມັດ ໜັກ 1,4 ກີໂລ ສາມາດກຳນົດຄ່າດ້ວຍຈໍສະແດງຜົນ OLED 2.8K ສູງ 14 ນິ້ວ ພ້ອມມາດຕະຖານ VESA® DisplayHDR ™ True Black ສ່ວນ ThinkBook 16p ມາພ້ອມກຣາຟິກແຍກ NVIDIA GeForce RTX ຮຸ່ນໃໝ່ ເພື່ອເສີມພະລັງການປະມວນຜົນຂອງ AMD Ryzen ຈໍສະແດງຜົນຂະໜາດ 16 ນິ້ວ ຂະໜາດ 2560×1600 ສາມາດຍົກລະດັບວຽກສ້າງສັນ ການຕິດຕາມລັງສີ AI ແລະ ວີດີໂອຄວາມລະອຽດສູງ ThinkBook 16p ຍັງສາມາດກຳນົດຄ່າດ້ວຍຈໍສະແດງຜົນທີ່ປັບທຽບລ່ວງໜ້າ ເຊິ່ງໄດ້ຮັບການຮັບຮອງມາດຕະຖານ X-Rite™ Pantone®.

    ThinkBook 13s Gen 2 i ເກີດຈາກການອອກແບບຮ່ວມກັບ Intel® ຈໍສະແດງຜົນ WQXGA ເຊິ່ງຜ່ານການທົດສອບ ປັບແຕ່ງ ແລະ ກວດສອບເພື່ອໃຫ້ເປັນໄປຕາມຂໍ້ກຳນົດຂອງແພລດຟອມ Intel® Evo™ ໃນທຸກຄຸນສົມບັດຂອງຮາດແວ ແລະ ເປົ້າໝາຍດ້ານການສ້າງປະສົບການການໃຊ້ວຽກຫຼັກໆ ເພື່ອໃຫ້ເອື້ອຕໍ່ການສະໜອງຂອງອຸປະກອນ ຄວາມພ້ອມໃນການເຮັດວຽກຢ່າງວ່ອງໄວ ອາຍຸການໃຊ້ງານແບັດເຕີຣີ ແລະ ການສາກໄວ Thunderbolt™ 4 ອຸປະກອນຈັດເກັບຂໍ້ມູນ PCIe Gen 4 ທີ່ເປັນອຸປະກອນເສີມ ແລະ ອາຍຸການໃຊ້ງານແບັດເຕີຣີຍາວນານ ຈໍສະແດງຄວາມລະອຽດ 13,3 ນິ້ວ ອັດຕາສ່ວນ aspect ratio 16:10 ເຊິ່ງໃຫ້ STB ສູງ 90% ພ້ອມຂອບຈໍແຄບພິເສດ ມີລະບົບສຳຜັດໃຫ້ເລືອກໃຊ້ເປັນຄຸນສົມບັດເສີມ ການປະຊຸມສະເໝືອນຈິງ ໄດ້ຮັບການປັບປຸງດີຂຶ້ນດ້ວຍລະບົບສຽງທີ່ສະຫຼາດກວ່າ ໂດຍມີໄມທີ່ສາມາດສະຫຼັບລະຫວ່າງໂໝດສຽງ Private, Shared ແລະ Environmental. 

    ThinkBook 14s Yoga i ບິກອັດສະລິຍະ ຈະຊິງກັບອຸປະກອນຂອງທ່ານ ເມື່ອດຶງບິກອອກມາໃນໂໝດ Modern Standby ແອັບຈົດບັນທຶກຈະເປີດຂຶ້ນອັດຕະໂນມັດ ເມື່ອເຂົ້າສູ່ລະບົບ Windows 10 ຊັອດຄັດ Windows Ink ພ້ອມໃຊ້ງານທັນທີ ພະລັງຂອງໂປຣເຊັດເຊີ 11th Gen Intel® Core™ ແລະ ຄວາມສົມດຸນຂອງ Yoga form factor ຊ່ວຍໃຫ້ສາມາດປ່ຽນລະຫວ່າງໂໝດຕ່າງໆຢ່າງລາບລື່ນ ພອດ Thunderbolt™ 4 ແລະ USB-C ຊ່ວຍອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງອຸປະກອນເຊື່ອມຕໍ່ ແລະ ຈໍພາບຢ່າງວ່ອງໄວ ຮຸ່ນ 14s Yoga ມີໃຫ້ເລືອກທັງສີຄຣາສສິກແບບ ThinkBook mineral grey ແລະ limited-edition ແບບ Abyss Blue ເພີ່ມການປະສົມປະສານທີ່ລົງຕົວຂອງສີທີ່ສື່ເຖິງຄວາມມີໄຫວພິບ ແລະ ຄວາມສະຫງ່າງາມ. 

    ThinkBook 15 Gen 2 i: ຫູຟັງໄຮ້ສາຍ ThinkBook ໃນຕົວ ສາມາດຈັດເກັບໃນແລັບທັອບ ຈະມອບປະສົບການຂອງພະລັງສຽງໃໝ່ທີ່ສົມບູນແບບ ຫູຟັງເຫຼົ່ານີ້ຈະສາກໂດຍອັດຕະໂນມັດເມື່ອເກັບ ແລະ ເຊື່ອມຕໍ່ກັບລະບົບສຽງຂອງແລັບທັອບ ເມື່ອນຳອອກມາ ການປິດ ຫຼື ເປີດສຽງລະຫວ່າງການໂທ ຈະເຮັດໄດ້ງ່າຍພຽງສຳຜັດຫູຟັງສອງຄັ້ງ ມາພ້ອມກັບໄມໂຄຣໂຟນຄູ່ ແລະ ລະບົບຕັດສຽງລົບກວນຈາກສິ່ງແວດລ້ອມ ຕົວເລືອກການຈັດເກັບທີ່ສົມດຸນ ລວມເຖິງການປະສານກັນຂອງ HDD ແລະ SSD ຫຼື dual SSD Modern Standby ເປີດປະສົບການເຊື່ອມຕໍ່ແບບ always-on ແລະ always-connected ເພື່ອໃຫ້ແນ່ໃຈວ່າພີຊີຂອງທ່ານພ້ອມໃຊ້ງານເມື່ອທ່ານຢູ່ ແລະ ດາວໂຫຼດອີເມວ ເຖິງຝາຈະປິດຢູ່ service hot key ຈະຊ່ວຍໃຫ້ຜູ້ໃຊ້ເຂົ້າເຖິງຝ່າຍສະໜັບສະໜູນລູກຄ້າຂອງເລີໂນໂວໄດ້ດ້ວຍການກົດປຸ່ມ ເຊິ່ງທຸກຢ່າງຈະເກີດຂຶ້ນອັດຕະໂນມັດ ລວມເຖິງລາຍລະອຽດຂອງອຸປະກອນ ເຊັ່ນ: serial number ເພື່ອໃຫ້ໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ວ່ອງໄວ..

                # ຂ່າວ & ພາບ: ສະບາໄພ

error: Content is protected !!