ວັນທີ 24 ມີນາ 2021 ບໍລິສັດເບຍລາວ ຈຳກັດ ມອບເງິນ 100 ລ້ານກີບ ໃຫ້ແກ່ແຂວງຫຼວງພະບາງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ພິທີມອບ-ຮັບ ຈັດຂຶ້ນທີ່ຫ້ອງວ່າການແຂວງຫຼວງພະບາງ ມອບໂດຍທ່ານ ເຮັນຮິກ ຢູເອັນເດີຊັນ (Henrik Juel Andersen) ຜູ້ອຳນວຍການໃຫ່ຍບໍລິສັດ ເບຍລາວ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຮັບໂດຍທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະເຂົ້າຮ່ວມ.

ທ່ານ ເຮັນຮິກ ເອັນເດີຊັນ ກ່າວວ່າ: ເສັ້ນທາງການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ ແມ່ນສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ຈົນກາຍເປັນບໍລິສັດທີ່ສ້າງລາຍຮັບງົບປະມານໃຫ້ແກ່ລັດຖະບານເປັນອັບດັບຕົ້ນໆຂອງປະເທດ ແລະ ຄຽງຄູ່ກັນນັ້ນ ທາງບໍລິສັດຍັງເຫັນໄດ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ວຽກງານກິລາ ສາທາລະນະສຸກ ໃຫ້ທຶນການສຶກສາແກ່ນັກຮຽນທີ່ຮຽນດີ ມີຄຸນສົມບັດ ແຕ່ດ້ອຍໂອກາດ ແລະ ປະກອບສ່ວນໃນງານສຳຄັນຕ່າງໆ.

ທ່ານເຈົ້າແຂວງຫຼວງພະບາງ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດເບຍລາວ ຈຳກັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານງົບປະມານເພື່ອນຳໃຊ້ເຂົ້າໃນວຽກງານຄວບຄຸມ ປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງແຂວງຫຼວງພະບາງໃນຄັ້ງນີ້ ແລະ ຫວັງວ່າທາງບໍລິສັດເບຍລາວຈະສືບຕໍ່ປະກອບສ່ວນຊ່ວຍເຫຼືອແຂວງຫຼວງພະບາງບໍ່ ວ່າຈະເປັນດ້ານການຊຸກຍູ້ ສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ວຽກງານພາຍໃນແຂວງຫຼວງພະບາງຕື່ມອີກ.
ເມື່ອບໍ່ດົນຜ່ານມານີ້ ບໍລິສັດເບຍລາວກໍໄດ້ມີການມອບເງິນເພື່ອປະກອບສ່ວນເຂົ້າໃນວຽກງານສາທາລະນະສຸກ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ເປັນຈໍານວນເງິນທັງໝົດ 500 ລ້ານກີບ ໃນນັ້ນ ມອບໃຫ້ແຂວງຈຳປາສັກ 200 ລ້ານກີບ ແຂວງສາລະວັນ 100 ລ້ານກີບ ແຂວງເຊກອງ 100 ລ້ານກີບ ແລະ ແຂວງອັດຕະປືອີກ 100 ລ້ານກີບ.
# ຂ່າວ & ພາບ: ວຽງມາ