ADB-ມຊ ຮ່ວມມືສະໜອງຄວາມຮູ້ທີ່ມີຄຸນນະພາບ

    ພິທີລົງນາມໃນບົດບັນທຶກ ລະຫວ່າງທະນາຄານພັດທະນາອາຊີ (ADB) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ເພື່ອຂະຫຍາຍການເຂົ້າເຖິງບົດຄົ້ນຄວ້າ ແລະ ສິ່ງພິມອື່ນໆຂອງ ADB ໃຫ້ແກ່ຜູ້ອ່ານ ແລະ ຜູ້ນຳໃຊ້ພາຍໃນປະເທດກ່ຽວກັບຂໍ້ມູນບົດຄົ້ນຄວ້າ ແລະ ສິ່ງພິ່ມຕ່າງໆນັ້ນໄດ້ຢ່າງກວ້າງຂວາງ ຈັດຂຶ້ນໃນວັນທີ 25 ມີນາ 2021 ຢູ່ ມຊ ຕາງໜ້າເຊັນໂດຍທ່ານ ຄຳຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ ແລະ ທ່ານນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ມີທ່ານ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ ທ່ານ ສາຍຂອງ ສາຍນະລິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພະນັກງານຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານ ຄຳຜົງ ນາມມະວົງມີໄຊ ໄດ້ກ່າວວ່າ: ADB ແມ່ນໄດ້ສະໜັບສະໜູນ ມຊ  ນັບຕັ້ງແຕ່ການສ້າງຕັ້ງ ມຊ ແຫ່ງທຳອິດ ຈົນຮອດການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆຂອງ ມຊ ສຳລັບຂໍ້ຕົກລົງນີ້ ແມ່ນຈະເພີ່ມທະວີການຮ່ວມມືລະຫວ່າງ ມຊ ແລະ ADB ໃນການສະໜອງຄວາມຮູ້ທີ່ມີຄຸນນະພາບ ແລະ ພ້ອມກັບສິ່ງພິມຕ່າງໆທີ່ກ່ຽວກັບການພັດທະນາປະເທດ ແລະ ພາກພື້ນ ໃຫ້ແກ່ນັກຮຽນ ຄູອາຈານ ແລະ ປະຊາຊົນທົ່ວໄປ ເພື່ອການສຶກສາຮ່ຳຮຽນ ແລະ ການຄົ້ນຄວ້າຂອງພວກເຂົາ.

    ທ່ານນາງ ໂຊໂນມິ ທະນາກະ ໄດ້ກ່າວວ່າ: ຮູບແບບການຮ່ວມມືກັບ ມຊ ແບບໃໝ່ນີ້ ແມ່ນອີກບາດກ້າວໜຶ່ງໃນຄວາມພະຍາຍາມຂອງ ADB ທີ່ຈະສະໜອງໃຫ້ແກ່ ສປປ ລາວ ດ້ວຍວິທີການທາງຄວາມຮູ້ເພື່ອແກ້ໄຂສິ່ງທ້າທ້າຍດ້ານການພັດທະນາຂອງປະເທດ ແລະ ພວກຂ້າພະເຈົ້າຈະສືບຕໍ່ເພີ່ມທະວີການຮ່ວມມືໃນດ້ານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ ເພື່ອສົ່ງເສີມການພັດທະນາທີ່ທົ່ວເຖິງ ແລະ ຍືນຍົງໃນປະເທດ ສຳລັບການລົງນາມຂໍ້ຕົກລົງດັ່ງກ່າວ ຫໍສະໝຸດກາງຂອງ ມຊ ຈະເປັນຄູ່ຮ່ວມມືຢ່າງເປັນທາງການ ຂອງໂຄງການຝາກຫໍສະໝຸດຂອງ ADB ແລະ ຈະໄດ້ຮັບສິ່ງພິມດິຈີຕ໋ອນຂອງ ADB ລວມທັງບົດຄົ້ນຄວ້າ ບົດສະຫຼຸບນະໂຍບາຍ ພ້ອມທັງສື່ສິ່ງພິມປູກຈິດສຳນຶກມວນຊົນທີ່ມີຫຼາກຫຼາຍຫົວຂໍ້ ແລະ ຫຼາຍດ້ານ ເຊິ່ງຈະເຮັດໃຫ້ຜູ້ຊົມໃຊ້ຫໍສະໝຸດກາງຂອງ ມຊ ສາມາດເຂົ້າເຖິງບັນດາສິ່ງພິມດັ່ງກ່າວໄດ້ຢ່າງຄົບຖ້ວນ.

​                              # ຂ່າວ & ພາບ: ສີພອນ

error: Content is protected !!