
ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳແຂວງຜົ້ງສາລີ ກໍຄືຄະນະສະເພາະຂັ້ນແຂວງ ໃນການເຝົ້າລະວັງເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ແຂວງຜົ້ງສາລີ ວັນທີ 11 ເມສາ 2020 ທ່ານຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ໂຮງໝໍແຂວງຜົ້ງສາລີ ໃນການລົງເຄື່ອນໄຫວວຽກງານຄັ້ງນີ້ ທ່ານເຈົ້າແຂວງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ໄປຕິດຕາມຢ້ຽມຊົມສະຖານທີ່ຮອງຮັບປິ່ນປົວຄົນຕິດເຊື້ອພະຍາດ COVID-19 ຂອງໂຮງໝໍແຂວງ ເຊີ່ງປະກອບມີ 1 ຕຶກອາຄານ ມີ 7 ຫ້ອງ 7 ຕຽງ ແລະ ມີອຸປະກອນພື້ນຖານໃນການປ້ອງກັນພະຍາດ COVID-19 ຄົບຊຸດ ໃນການຮອງຮັບປີ່ນປົວສຸກເສີນຢ່າງທັນການ.

ໂອກາດນີ້ ທ່ານເຈົ້າແຂວງໆຜົ້ງສາລີ ຍັງໄດ້ຮຽກຮ້ອງ ແລະ ໃຫ້ກຳລັງໃຈຄະນະແພດໝໍທີ່ປະຈຳການຢູ່ໂຮງໝໍແຂວງ ກໍຄືໂຮງໝໍແຫ່ງຕ່າງໆ ຈົ່ງພ້ອມກັນສາມັກຄີປະຕິບັດໜ້າທີ່ຂອງຕົນໃຫ້ດີ ຕິດຕາມເຝົ້າລະວັງພະຍາດ COVID-19 ຢ່າງໃກ້ຊີດ ພ້ອມທັງຕິດຕາມອາການຄົນເຈັບ ຄົນໄຂ້ ທີ່ມາໃຊ້ບໍລິການຢູ່ພາຍໃນໂຮງໝໍແຂວງເປັນປົກກະຕິ ພ້ອມທັງໃຫ້ອຳນວຍຄວາມສະດວກແກ່ຄົນເຈັບຢ່າງທົ່ວເຖີ່ງ ທັງນີ່ກໍເພື່ອເຮັດໃຫ້ແຂວງຜົ້ງສາລີປອດໄພຈາກພະຍາດ COVID-19.

ໃນໂອກາດທີ່ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງລົງເຄື່ອນໄຫວວຽກງານຄັ້ງນີ້ ຍັງໄດ້ນຳເອົາເຄື່ອງອຸປະກອນປ້ອງກັນພະຍາດ COVID-19 ແລະ ເງີນສົດຈຳນວນໝື່ງໄປມອບໃຫ້ກັບໂຮງໝໍແຂວງຜົ້ງສາລີຕື່ມອີກ.