ທຸກຄົນມີສິດເທົ່າທຽມກັນ ໃນການກວດຫາເຊື້ອພະຍາດ COVID-19 ໄດ້ໂດຍບໍ່ເສຍຄ່າ

    ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ໄດ້​ອອກ​ມາ​ໃຫ້​ຄວາມ​ຈະ​ຈ້າງ​ແຈ້ງ​ຕໍ່​ການ​ກວດ​ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ COVID-19 ນັ້ນ ທຸກ​ຄົນ​ແມ່ນ​ມີ​ສິດ​ເທົ່າ​ທຽມ​ກັນ ໃນ​ການ​ເຂົ້າ​ກວດ​ຫາ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ​ໂດຍ​ບໍ່​ເສຍ​ຄ່າ ແຕ່​ຕ້ອງ​ມີ​ອາ­ການ​ເຂົ້າ​ກັບ​ເງື່ອນ­ໄຂ​ດັ່ງ​ຕໍ່​ໄປ​ນີ້.

    ທ່ານ ດຣ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ຫົວ­ໜ້າ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ກ່າວ​ວ່າ: ທຸກ​ຄົນ​ທີ່​ມີ​ໄຂ້​ຫຼາຍ​ກວ່າ 37,5 ອົງ­ສາ ຫຼື ມີ​ປະ­ຫວັດ​ເປັນ­ໄຂ້ ຫຼື​ວ່າ​ມີ​ອາ­ການ​ໄອ ອາ­ການ​ທາງ​ລະ­ບົບ​ຫາຍ­ໃຈ ບວກ​ກັບ​ເງື່ອນ­ໄຂ​ໃດ​ໜຶ່ງ ກ່ອນ​ໜ້າ 14 ວັນ​ນັ້ນ ແມ່ນ​ມີ​ປະ­ຫວັດ​ໃກ້­ຊິດ​ກັບ​ກໍ­ລະ­ນີ​ຢັ້ງ­ຢືນ COVID-19 ຫຼື​ວ່າ​ປະ­ຫວັດ​ສຳ­ຜັດ​ກັບ​ຜູ້​ທີ່​ມີ​ອາ­ການ​ໄຂ້ ໄອ ຫຼື ຜູ້​ທີ່​ມີ​ອາ­ການ​ທາງ​ລະ­ບົບ​ຫາຍ­ໃຈ ມີ​ປະ­ຫວັດ​ເດີນ­ທາງ​ມາ​ແຕ່​ຕ່າງ­ປະ­ເທດ ຖ້າ​ບຸກ­ຄົນ​ໃດ​ຖ້າ​ເຂົ້າ​ກັບ​ເງື່ອນ­ໄຂ​ດັ່ງ­ກ່າວ​ນີ້ ກໍ​ສາ­ມາດ​ເຂົ້າ​ມາ​ກວດ​ຢູ່​ໂຮງ­ໝໍ​ໂດຍ​ບໍ່​ໄດ້​ເສຍ​ຄ່າ ນອກ­ຈາກ​ນັ້ນ ສຳ­ລັບ​ຜູ້​ຕິດ­ເຊື້ອ​ພະ­ຍາດ COVID-19 ແມ່ນ​ບໍ່​ໄດ້​ເສຍ​ຄ່າ​ໃນ​ການ​ປິ່ນ­ປົວ​ເຊັ່ນ​ກັນ ນອກ­ຈາກ​ນັ້ນ ທຸກໆ​ຄົນ​ທີ່­ຢູ່​ຕ່າງ​ແຂວງ ຖ້າ​ມີ​ອາ­ການ​ຕາມ​ເງື່ອນ­ໄຂ​ທີ່​ກ່າວ​ມາ ແມ່ນ​ສາ­ມາດ​ເຂົ້າ​ມາ​ກວດ​ຫາ​ເຊື້ອ​ພະ­ຍາດ COVID-19 ໄດ້​ຢູ່​ໂຮງ­ໝໍ​ແຂວງ ເຊິ່ງ​ປັດ­ຈຸ­ບັນ ໂຮງ­ໝໍ​ແຂວງ​ທີ່​ສາ­ມາດ​ກວດ​ຫາ​ເຊື້ອ​ພະ­ຍາດ​ນີ້​ໄດ້ ປະ­ກອບ​ມີ ແຂວງ​ຈຳ­ປາ​ສັກ ຫຼວງ​ພະ​ບາງ ແລະ ຫຼວງ​ນ້ຳ​ທາ ແລະ ປັດ­ຈຸ­ບັນ​ນີ້ ແມ່ນ​ພະ­ຍາ­ຍາມ​ຂະ­ຫຍາຍ​ເຄື່ອງ​ກວດ​ໃຫ້​ມີ​ຄວາມ​ສາ­ມາດ​ກວດ​ໄດ້​ໃນ​ທຸກໆ​ແຂວງ ແລະ ໃນ​ໄວໆ​ນີ້ ຈະ​ຂະ­ຫຍາຍ​ຈຸດ​ກວດ​ພາກ​ເໜືອ (ແຂວງ​ອຸ­ດົມ​ໄຊ) ແລະ ພາກ​ໃຕ້ (ຈຳ­ປາ​ສັກ) ເພື່ອ​ຮອງ​ຮັບ​ການ​ສົ່ງ​ຕົວ­ຢ່າງ​ກວດ​ສຳ­ລັບ​ແຂວງ​ພາກ​ໃຕ້ ແລະ ພາກ​ເໜືອ.

    ທ່ານ ດຣ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ໄດ້​ກ່າວ​ຕື່ມ​ວ່າ: ຜູ້​ທີ່​ມີ​ປະ­ຫວັດ​ພົວ­ພັນ​ກັບ​ຜູ້​ຕິດ­ເຊື້ອ ແລະ ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ ຄວນ​ເຄັ່ງ​ຄັດ​ໃນ​ການ​ຈຳ­ກັດ​ຕົນ​ເອງ​ເພື່ອ​ບໍ່​ໃຫ້​ພະ­ຍາດ​ນີ້​ໄປ​ຕິດ​ໃສ່​ຜູ້​ທີ່​ທ່ານ​ຮັກ ເພື່ອ​ເຮັດ​ໃຫ້​ຜູ້​ທີ່​ໃກ້­ຊິດ​ຂອງ​ທ່ານ​ປອດ​ໄພ. ສຳ­ລັບ​ບຸກ­ຄົນ​ທີ່​ສຳ­ຜັດ​ໃກ້­ຊິດ​ກັບ​ຜູ້​ຕິດ­ເຊື້ອ​ນັ້ນ ທາງ​ທີມ​ງານ​ຂອງ​ພວກ​ເຮົາ​ແມ່ນ​ໄດ້​ມີ​ເບີ​ຕິດ­ຕໍ່ ແລະ ໄດ້​ແນະ­ນຳ ຕິດ­ຕາມ​ເປັນ​ປະ­ຈຳ​ຢູ່ ແລະ ປັດ­ຈຸ­ບັນ ລັດ­ຖະ­ບານ​ໄດ້​ມີ​ມາດ​ຕະ­ການ​ປິດ​ເມືອງ ເຊິ່ງ​ມາດ​ຕະ­ການ​ນີ້​ແມ່ນ​ຈະ​ຊ່ວຍ​ຢັບ​ຢັ້ງ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ຕິດ­ເຊື້ອ​ບໍ່​ສາ­ມາດ​ອອກ​ໄປ​ນອກ ຖ້າ­ວ່າ​ມາດ​ຕະ­ການ​ນີ້​ໄດ້​ຮັບ​ການ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ອຳ­ນາດ​ການ​ປົກ­ຄອງ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ກໍ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ການ​ຕິດ­ເຊື້ອ ເຊິ່ງ​ອຳ­ນາດ​ການ​ປົກ­ຄອງ​ຊ່ວຍ​ເບີ່ງ​ຕິດ­ຕາມ​ເປັນ­ຕົ້ນ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສ່ຽງ ແລະ ຜູ້​ທີ່​ມີ​ຄວາມ​ສ່ຽງ​ກໍ​ຕ້ອງ​ເປັນ​ເຈົ້າ​ການ ມີ​ຄວາມ​ຈຳ­ກັດ​ບໍ­ລິ­ເວນ​ຕົນ​ເອງ ແລະ ຮັບ­ຜິດ­ຊອບ​ຕໍ່​ສັງ­ຄົມ ນັ້ນ​ກໍ​ເພື່ອ​ຈຳ­ກັດ ແລະ ຫຼຸດ­ຜ່ອນ​ການ​ຕິດ­ເຊື້ອ ຖ້າ​ທ່ານ​ໃດ​ພົບ​ກໍ­ລະ­ນີ​ສົງ­ໄສ ແລະ ຕ້ອງ­ການ​ຄຳ​ປຶກ­ສາ​ສາ­ມາດ​ໂທ​ເຂົ້າ​ເບີ 165 ແລະ 166 ໄດ້.

error: Content is protected !!