​ຮ່ວມກັນແກ້ໄຂບັນຫາການຂາດໂພຊະນາການຢູ່ ສປປ ລາວ

    ກອງປະຊຸມປະຈຳປີ 2020 ຂອງແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການ ເພື່ອໂພຊະນາການຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກທະນາຄານໂລກ ຈັດຂຶ້ນວັນທີ 19 ມີນາ 2021 ຜ່ານມາ ຢູ່ໂຮງແຮມຄຣາວ ພຣາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານ ມີທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ນີໂກລາ ຟອນ ທາຣາ ຫົວໜ້າຫ້ອງ ການທະນາຄານໂລກ ປະຈຳ ສປປ ລາວ ມີຮອງລັດຖະມົນຕີ ຫົວໜ້າກົມຮອງກົມຈາກກະຊວງທີ່ກ່ຽວຂ້ອງ ແລະ ເຈົ້າແຂວງຜົ້ງສາລີ ອຸດົມໄຊ ຫົວພັນ ແລະ ແຂວງຊຽງຂວາງເຂົ້າຮ່ວມ.

    ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານຂອງໂຄງການທີ່ນອນຢູ່ໃນແຜນງານໜຶ່ງດຽວ ທີ່ມີສ່ວນຮ່ວມຈາກຫຼາຍຂະແໜງການເພື່ອໂພຊະນາການ ເຊິ່ງກອງປະຊຸມດັ່ງກ່າວ ເປັນກອງປະຊຸມທີ່ສຳຄັນອັນໜຶ່ງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ລັດຖະບານເຮົາກໍໄດ້ຖືເປັນຄວາມສຳຄັນຕໍ່ກັບການບັນລຸເປົ້າໝາຍພື້ນຖານໃນດ້ານການແກ້ໄຂຄວາມທຸກຍາກໃນເຂດຊົນນະບົດ ໂດຍການສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຫຼຸດລົງຕ່ຳກວ່າ 10% ຂອງຈຳນວນປະຊາກອນທັງໝົດທົ່ວປະເທດ ອັດຕາຄອບຄົວທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 5% ບ້ານທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ແລະ ເມືອງທຸກຍາກໃຫ້ຫຼຸດລົງຕ່ຳກວ່າ 10% ຂອງຈຳນວນຄອບຄົວ ບ້ານ ແລະ ເມືອງທັງໝົດ ສະນັ້ນ ພວກເຮົາຈຶ່ງໄດ້ຖືເອົາວຽກງານຊົນນະບົດ ເປັນສະໜາມຮົບອັນໜຶ່ງ ເພື່ອສຸມໃສ່ການພັດທະນາຮອດດ້ານ ເຮັດໃຫ້ອັດຕາຄວາມທຸກຍາກ ແລະ ການຂາດໂພຊະນາການຫຼຸດລົງເທື່ອລະກ້າວ.

    ຕໍ່ກັບສະພາບການດັ່ງກ່າວ ກຸ່ມທະນາຄານໂລກຈຶ່ງເຫັນໄດ້ຄວາມສຳຄັນ ໂດຍສະເພາະແມ່ນການລົງທຶນໃສ່ເດັກເຍົາໄວ ໂດຍມີຍຸດທະສາດຮ່ວມມືກັບລັດຖະບານ ສປປ ລາວ ແລະ ໄດ້ສ້າງຍຸດທະສາດໄລຍະຍາວ ຮ່ວມກັນເພື່ອແກ້ໄຂບັນຫາໂພຊະນາການ ໂດຍສົມທົບກັບຫຼາຍຂະແໜງ ການ ເຊິ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 (2016-2020) ແລະ ຍຸດທະສາດໂພຊະນາການແຫ່ງຊາດ ຮອດປີ 2025 ເຊິ່ງຍຸດທະສາດດັ່ງກ່າວ ແມ່ນຈະໄດ້ປະຕິບັດຮ່ວມກັນຫຼາຍຂະແໜງການ ເພື່ອຫຼຸດຜ່ອນອັດຕາການຂາດໂພຊະນາການຂອງແມ່ ແລະ ເດັກ ເຊິ່ງອັດຕາເດັກເຕ້ຍໃນປັດຈຸບັນແມ່ນ 0,8% ຕໍ່ປີ.

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!