ກະຊວງພາຍໃນ ຈັດກອງປະຊຸມເຊື່ອມຊຶມເອກະສານໃຫ້ພະນັກງານ-ລັດຖະກອນພາຍໃນກະຊວງຂອງຕົນຂຶ້ນວັນທີ 25 ມີນາ 2021 ທີ່ກະຊວງດັ່ງກ່າວ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຄະນະພັກ ຄະນໍາກະຊວງ ແລະ ພະນັກງານຫຼັກແຫຼ່ງກະຊວງພາຍໃນເຂົ້າຮ່ວມ.


ເອກະສານທີ່ນໍາມາເຊື່ອມຊຶມຄັ້ງນີ້ ປະກອບມີເນື້ອໃນບົດບັນທຶກຂໍ້ຕົກລົງການພົບປະລະຫວ່າງກົມການເມືອງສູນກາງພັກ ສປປ ລາວ ແລະ ພັກກອມມູນິດຫວຽດນາມ ເຊື່ອມຊຶມບົດລາຍງານສະພາບການ ແລະ ໝາກຜົນການຮ່ວມມືລະຫວ່າງຫວຽດນາມ-ລາວ ປະຈໍາປີ 2020 ແລະ ໄລຍະ 2016-2020 ແລະ ເຊື່ອມຊຶມວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ.

ໃຫ້ກຽດເຜີຍແຜ່ຂອງທ່ານ ທອງຈັນ ມະນີໄຊ ແລະ ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ໃຫ້ກຽດເຊື່ອມຊຶມເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22/3/1955-22/3/2021) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ.
# ຂ່າວ & ພາບ: ຂັນທະວີ