ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ລົງຢ້ຽມຢາມບໍລິສັດ ຫົວເຫວີຍ ລາວ ວັນທີ 17 ມີນາ ຜ່ານມາ ເພື່ອໃຫ້ການຊີ້ນໍາຕໍ່ການປະຕິບັດວຽກງານຂອງບໍລິສັດ ໃນປີ 2021.

ໂອກາດນີ້ ທ່ານ ຫູ ເຫວີຍຫົວ (Hu Weihua) ຜູ້ອໍານວຍການບໍລິສັດ ຫົວເຫວີຍ ກໍໄດ້ກ່າວຕ້ອນ ຮັບຢ່າງອົບອຸ່ນ ແລະ ລາຍງານຜົນການດໍາເນີນທຸລະກິດ ໃນປີ 2020 ຂອງບໍລິສັດ ຫົວເຫວີຍ ຢູ່ທົ່ວໂລກ ກໍຄືການດໍາເນີນທຸລະກິດຂອງບໍລິສັດ ຫົວເຫວີຍ ລາວ ແລະ ວິໄສທັດກ່ຽວກັບກາລະໂອກາດຂອງ ສປປ ລາວ ໃນການເປັນສູນກາງດ້ານ ICT ຢູ່ໃນອະນຸພາກພື້ນ ນອກນີ້ທ່ານ Hu Weihua ຍັງໄດ້ແນະນໍານະວັດຕະກຳໃໝ່ຫຼ້າາສຸດຂອງຫົວເຫວີຍ ສໍາລັບການປະຕິຮູບລະບົບດີຈີຕອນ ແລະ ການປ່ຽນແປງທາງດີຈີຕອນຂອງປະເທດອ້ອມຂ້າງ ພ້ອມທັງອະທິບາຍການນໍາໃຊ້ເຕັກໂນໂລຊີເຂົ້າສູ່ລະບົບການເຮັດວຽກຂອງລັດຖະບານ ເພື່ອຊ່ວຍໃຫ້ການເຮັດວຽກຂອງລັດຖະບານ ມີຄວາມສະດວກ ແລະ ວ່ອງໄວຂຶ້ນ.

ໃນລະຫວ່າງການຢ້ຽມຢາມບໍລິສັດ ຫົວເຫວີຍ ທ່ານນາງ ເຂັມມະນີ ພົນເສນາ ໄດ້ໃຫ້ຄວາມສົນໃຈຫຼາຍຕໍ່ນະວັດຕະກຳໃໝ່ຫຼ້າສຸດຂອງຫົວເຫວີຍ ແລະ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ຫົວເຫວີຍ ທີ່ໄດ້ປະກອບສ່ວນໃນການພັດທະນາອຸດສາຫະກຳໂທລະຄົມມະນາຄົມຂອງ ສປປ ລາວ ພ້ອມທັງສະແດງຄວາມຊົມເຊີຍບໍລິສັດ ຫົວເຫວີຍ ທີ່ພັດທະນາເຕັກໂນໂລຊີໃໝ່ໆມາໃຫ້ຫຼາຍພາກສ່ວນໄດ້ນຳໃຊ້ ເປັນຕົ້ນລະບົບ e-government ທີ່ຈະຊ່ວຍໃຫ້ລະບົບການເຮັດວຽກຂອງລັດຖະບານ ມີຄວາມວ່ອງໄວ ແລະ ທັນສະໄໝ ຍິ່ງຂຶ້ນ.
ທ່ານ Hu Weihua ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ກໍຄືທ່ານ ເຂັມມະນີ ພົນເສນາ ພ້ອມຄະນະ ທີ່ເສຍສະຫຼະເວລາລົງມາຢ້ຽມຢາມບໍລິສັດ ແລະ ໃຫ້ ຄໍາແນະນໍາຕໍ່ບໍລິສັດ ຫົວເຫວີຍ ລາວ ຕະຫຼອດໄລຍະທີ່ຜ່ານມາ. (ສະບາໄພ 25/3/2021)