ພິທີປະກາດເມືອງ 4 ບຸກ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ VII ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ຄັ້ງທີ III ຂອງເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 24 ມີນາ 2021 ຢູ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານນາງ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ເມືອງສີໂຄດຕະບອງ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ທ່ານ ຄຳປະສົງ ໄຊຍະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ ພ້ອມຄະນະບໍລິຫານງານຊາວໜຸ່ມເມືອງ ໜ່ວຍຊາວໜຸ່ມຮາກຖານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ສີສຸດາ ເພັງພົງສະຫວັດ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ 3 ດີ 4 ຮູ້ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ຂອງຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງສີໂຄດຕະບອງ ໂດຍຢຶດໝັ້ນທັດສະນະຊີ້ນຳຂອງພັກທີ່ວ່າ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ບົນພື້ນຖານຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງໄດ້ສົມທົບກັບຄະນະພັກ ອົງການປົກຄອງທຸກຂັ້ນ ອົງການຈັດຕັ້ງຕ່າງໆ ໂຮງຮຽນ ແລະ ຄະນະຊາວໜຸ່ມທຸກຂັ້ນ ນຳເອົາແນວທາງນະໂຍບາຍ ມະຕິຂອງພັກ ມະຕິຄຳສັ່ງຂໍ້ກຳນົດ ລະບຽບກົດໝາຍຂອງລັດ ມູນເຊື້ອຂອງຊາດຂອງພັກ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກເມືອງສີໂຄດຕະບອງ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຜູ້ແທນຊາວໜຸ່ມນະຄອນຫຼວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນຊາວໜຸ່ມທົ່ວເມືອງສີໂຄດຕະບອງ ເນື້ອໃນຄຳສອນ 6 ຮັກ 3 ຊັງ ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມລາວ ນຳໄປເຜີຍແຜ່ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ.
ໃນໄລຍະໜື່ງປີຜ່ານມາ ທຽບໃສ່ມາດຖານຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມລາວ ສາມາດຕີລາຄາແຕ່ລະມາດຖານໄດ້ດັ່ງນີ້: ທົ່ວເມືອງມີໜ່ວຍຊາວໜຸ່ມທັງໝົດ 107 ໜ່ວຍ ຜ່ານການຕີລາຄາແບ່ງປະເພດໜ່ວຍປະຈໍາປີ 2020 ມີ 94 ໜ່ວຍ ໃນນີ້ ປະເພດໜ່ວຍແຂງມີ 93 ໜ່ວຍ ປະເພດກາງ 1 ໜ່ວຍ ບໍ່ໄດ້ຈັດປະເພດ 13 ໜ່ວຍ (ປັບປຸງຄະນະໜ່ວຍ) ຈັດປະເພດ: ແຂງ (ເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວເມືອງ 4 ບຸກ).

ຜ່ານການກວດກາຂໍ້ແຂ່ງຂັນ 3 ດີ 4 ຮູ້ ປະຈຳປີ 2019-2020 ສາມາດຈັດປະເພດສະມາຊິກເຍົາວະຊົນທັນວາໄດ້ດັ່ງນີ້: ທັງໝົດມີ 66 ກອງ 148 ໝວດ 432 ໝູ່ ມີ 6.822 ນ້ອງ ຍິງ 3.648 ນ້ອງ ໃນນີ້ ມີສະມາຊິກເຍົາວະຊົນທັນວາ ປະເພດດີ 5.807 ນ້ອງ ຍິງ 3.145 ນ້ອງ ກວມເອົາ 85,12 % ປະເພດກາງ 997 ນ້ອງ ຍິງ 501 ນ້ອງ ປະເພດອ່ອນ 26 ນ້ອງ ຍິງ 07 ນ້ອງ ທົ່ວເມືອງມີກອງເຍົາວະຊົນທັນວາທັງໝົດ 66 ກອງ ຜ່ານການຕີລາຄາແບ່ງປະເພດປະຈໍາສົກປີ 2019-2020 ມີປະເພດໜ່ວຍດີ 66 ກອງ ເທົ່າກັບ 100% ຈັດປະເພດ: ດີ (ເປັນກອງເຍົາວະຊົນທັນວາເມືອງ 3 ດີ 4 ຮູ້).

# ຂ່າວ & ພາບ: ຊິລິການດາ