ສອນທຳມະ ຄວບຄູ່ກັບຫຼັກສູດການຮຽນ-ການສອນ

    ກິດຈະກໍາສອນທໍາມະໃຫ້ກັບນັກຮຽນ ແລະ ຄູ ໂຮງຮຽນວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 1 ປະຈໍາສົກຮຽນ 2000-2021 ຈັດຂຶ້ນທີ່ໂຮງຮຽນດັ່ງກ່າວ ລະຫວ່າງວັນທີ 22 ມີນາ ປີ 2001 ຫາ ວັນທີ 5 ເມສາ 2021 ໂດຍມີທ່ານ ພະອາຈານ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ ພະເຖລານຸເຖລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສີສັດຕະນາກ ທ່ານ ສີຕາເຮັ່ງ ລາຊະພົນ ປະທານທີ່ປຶກສາກິດຕິມະສັກ ທ່ານຜູ້ອຳນວຍການໂຮງຮຽນວິຣະຖາວອນ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ເປົ້າໝາຍຈໍານວນນັກຮຽນຜູ້ທີ່ເຂົ້າຮ່ວມກິດຈະກໍາສອນທໍາມະ ຈໍານວນ 336 ຄົນ ຍິງ 186 ຄົນ ຄູ-ອາຈານສອນ ຈໍານວນ 20 ຄົນ ຍິງ 5 ຄົນ ອັດຕາສ່ວນພະວິທະຍາກອນ 1/50 ຄົນ ຮູບແບບຫຼັກສູດ ແລະ ກິດຈະກໍາ ມີພາກທິດສະດີ ແລະ ພາກປະຕິບັດ ພາກທິດສະດີ ທໍາມະສອນໃຈ ເລື່ອງ: ບຸນຄຸນພໍ່ແມ່ ແລະ ບຸນຄຸນຄູ-ອາຈານ ທໍາມະສອນໃຈ ເລື່ອງ: ການຮັກໃນພະພຸດທະສາສະໜາ ການປະຕິບັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ ຮີດຄອງປະເພນີລາວ (ການນົບ-ການໄຫ້ວ) ທໍາມະສອນໃຈ ເລື່ອງ: ການເປັນໂຕຂອງໂຕເອງ ບໍ່ບ່ຽງເບນໄປຕາມໝູ່ເພື່ອນ ແລະ ສິນ 5 ຂໍ້.

    ສ່ວນພາກການປະຕິບັດ ມີ 2 ພາກປະຕິບັດ ເຝິກການນົບ – ການໄຫວ້ – ເຝິກໃຫ້ນັ່ງສະມາທິ ເຝິກການໃຊ້ຄໍາສັບຂອງພະສົງ  ໂດຍມີວິທະຍາກອນທີ່ຈະມາຊ່ວຍໃນການເຝິກອົບຮົມ ຈາກກໍາມາທິການເຜີຍແຜ່ສິລະທໍາ ແລະ ປະຕິບັດກໍາມະຖານສູນກາງ ແລະ ກໍາມາທິການເຜີຍແຜ່ສິນລະທໍາ ແລະ ປະຕິບັດກໍາມະຖານວັດປ່ານາຄູນ ຈະຊ່ວຍບັນຍາຍໃຫ້ຄວາມຮູ້ໃນກິດຈະກຳຄັ້ງນີ້.

​                           # ຂ່າວ & ພາບ: ບຸນມີ

error: Content is protected !!