ສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມປະຈໍາລາວ ຄົບຮອບ 60 ປີ

    ພິທີສະເຫຼີມສະຫຼອງວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາລາວ ຄົບຮອບ 60 ປີ (22/3/1961-22/3/2021) ຈັດຂຶ້ນວັນທີ 24 ມີນາ 2021 ສະໂມສອນສູນຮັບຕ້ອນກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ມີທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ລາວ ບັນດາການນໍາ ແລະ ອະດີດການນໍາກະຊວງປ້ອງກັນຄວາມສະຫງົບ ນາຍ ແລະ ພົນຕໍາຫຼວດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

    ໃນພິທີ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ບົນພື້ນຖານທີ່ສອງຊາດລາວ-ຫວຽດນາມ ແມ່ນປະເທດເພື່ອນມິດຍຸດທະສາດ ປະຊາຊົນສອງຊາດມີມູນເຊື້ອພົວພັນຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈບໍລິສຸດຜຸດຜ່ອງມາແຕ່ດົນນານ ຍ້ອນການຖືກຮຸກຮານ ແລະ ກົດຂີ່ຂູດຮີດຈາກພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ ປະຊາຊົນສອງຊາດຈຶ່ງຕົກໃນຊາຕາກໍາດຽວກັນ ຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ເພື່ອຍາດເອົາເອກະລາດ ອິດສະຫຼະພາບຂອງສອງຊາດ ປີ 1961 ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ສົ່ງໜ່ວຍປະຕິບັດງານມາຊ່ວຍລາວ ເອີ້ນວ່າ: ໜ່ວຍຊ່ຽວຊານປ້ອງກັນຄວາມສະຫງົບ ຮ່ວມສໍາພັນສູ້ຮົບລະຫວ່າງກອງກໍາລັງປ້ອງກັນຄວາມສະຫງົບລາວ ແລະ ຕໍາຫຼວດຫວຽດນາມ ຖືເປັນໜຶ່ງໃນປັດໄຈສໍາຄັນໃຫ້ສາຍພົວພັນພັນແບບພິເສດລາວ-ຫວຽດນາມ ຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມ ຍາມໃດກໍໃຫ້ການຊ່ວຍເຫຼືອ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ຂອງກອງກໍາລັງປ້ອງກັນຄວາມສະຫງົບຕະຫຼອດໄລຍະຜ່ານມາ.

    ດັ່ງນັ້ນ ຕາງໜ້າໃຫ້ພັກ-ລັດ ກໍຄືທົ່ວກອງກໍາລັງປ້ອງກັນຄວາມສະຫງົບ ຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມ ພິເສດແມ່ນກະຊວງປ້ອງກັນຄວາມສະຫງົບຫວຽດນາມ ບັນດາພະນັກງານປ້ອງກັນຄວາມສະຫງົບທີ່ມາເຮັດໜ້າທີ່ປະຈໍາຢູ່ລາວ ແລະ ຢືນຢັນວ່າ: ພັກ-ລັດ ແລະ ປະຊາຊົນລາວ ກໍຄືກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຍາມໃດກໍຖືການພົວພັນພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ແມ່ນມໍລະດົກອັນລໍ້າຄ່າ ພ້ອມທັງເຮັດສຸດຄວາມສາມາດຂອງຕົນ ເພື່ອເສີມຂະຫຍາຍໃຫ້ຄົນຮຸ່ນຫຼັງສືບສານຕະຫຼອດໄປ.

    ໃນໂອກາດນີ້ທ່ານ ຫງວຽນບາຮຸ່ງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນດານັກຊ່ຽວຊານປ້ອງກັນຄວາມສະຫງົບຫວຽດນາມຕະຫຼອດໄລຍະຜ່ານມາ ພິເສດແມ່ນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຍາມໃດກໍໄດ້ຄຽງບ່າຄຽງໄຫຼ່ນັກຊ່ຽວຊານຫວຽດນາມປະຈໍາລາວ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມຂອງສອງຊາດລາວ-ຫວຽດນາມ.

    ເພື່ອເປັນການຈາລຶກບຸນຄຸນເຖິງຜົນງານ ແລະ ການປະກອບສ່ວນໃຫ້ແກ່ສາຍພົວພັນຮ່ວມມືລະຫວ່າງກໍາລັງປ້ອງກັນຄວາມສະຫງົບສອງຊາດລາວ-ຫວຽດນາມ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຫວຽດນາມ ປະຈໍາລາວ ແລະ ຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ສະຫາຍ ພົນຈັດຕະວາ ຮວ່າງ ກວາງ ເຮືອງ ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຫວຽດນາມປະຈໍາລາວ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!