ກະຊວງການເງິນ ຈະຮີບຮ້ອນປະຕິຮູບຫຼາຍຢ່າງ ເພື່ອອັດຊ່ອງວ່າງການຮົ່ວໄຫຼໃນການເກັບລາຍຮັບເຂົ້າງົບປະມານຂອງລັດທີ່ຜ່ານມາເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍຈະປັບປຸງທັງກົງຈັກການຈັດເກັບລາຍຮັບ ແລະ ບຸຄະລາກອນທີ່ເຮັດວຽກກ່ຽວກັບການເກັບລາຍຮັບໄປພ້ອມໆກັນ ໃຫ້ໄດ້ຢ່າງເດັດຂາດ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຂຶ້ນຊີ້ແຈງຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມີນາ 2021 ວ່າ: ກະຊວງການເງິນ ໄດ້ວິເຄາະວິໄຈ ແລະ ຮັບຮູ້ແລ້ວວ່າ: ການຮົ່ວໄຫຼຂອງລາຍຮັບງົບປະມານໃນໄລຍະຜ່ານມາ ເກີດມາຈາກກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງຈໍານວນໜຶ່ງມີຊ່ອງວ່າງ ຈິ່ງເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງສວຍໃຊ້ຊ່ອງວ່າງດັ່ງກ່າວໄດ້ ຂະນະດຽວ ກັນ ຜູ້ປະກອບການກໍອີງໃສ່ຊ່ອງວ່າງນີ້ເພື່ອສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ກ່ຽວຂ້ອງ ຢ່າງໃດກໍຕາມ ພວກເຮົາບໍ່ໄດ້ໂທດຜູ້ປະກອບການວ່າບໍ່ມີຄວາມໂປ່ງໃສ ເພາະເນື້ອແທ້ກໍຍັງຄວາມຜິດຂອງເຈົ້າໜ້າທີ່ຄຸ້ມຄອງການເກັບລາຍຮັບແຕ່ລະຂັ້ນຂອງລັດທີ່ປະຕິບັດບໍ່ຖືກຕ້ອງ.

ດັ່ງນັ້ນ ກະຊວງການເງິນ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ຈະສຸມໃສ່ 2 ບັນຫາໃຫຍ່ ເພື່ອແກ້ໄຂການຮົ່ວໄຫລຂອງການເກັບລາຍຮັບຈາກຄວາມຮັບຜິດຊອບ ຄື: 1 ຈະຮີບດ່ວນປັບປຸງບາງມາດຕາຂອງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ທີ່ເປັນຊ່ອງວ່າງໃຫ້ເຈົ້າໜ້າທີ່ຄຸ້ມຄອງເກັບລາຍຮັບສວຍໃຊ້ ເພື່ອບໍ່ໃຫ້ມີການສວຍໃຊ້ໄດ້ອີກຕໍ່ໄປ ແລະ 2 ຈະຫາວິທີເຮັດໃຫ້ຜູ້ປະກອບການມີຄວາມໂປ່ງໃສໃນການສະໝັກໃຈປະຕິບັດພັນທະຂອງຕົນເອງໂດຍຜ່ານລະບົບທີ່ລັດຄຸ້ມຄອງທີ່ໂປ່ງໃສ. ທັງ 2 ຢ່າງນີ້ ຖືເປັນບັນຫາສະເພາະໜ້າ ທີ່ກະຊວງການເງິນຕ້ອງຮີບຮ້ອນປະຕິບັດໄປພ້ອມໆກັນ.

ທ່ານກ່າວໃຫ້ຮູ້ຕື່ມວ່າ: ນອກຈາກນີ້ ຈະໄດ້ສຸມໃສ່ປະຕິຮູບກົນໄກຄຸ້ມຄອງການເງິນຢ່າງເລິກເຊີ່ງ ແລະ ຮອບດ້ານ ຕາມແຜນພັດທະນາຂະແໜງ ການເງິນ 5 ປີ ຄັ້ງທີ IX ທີ່ໄດ້ກໍານົດໄວ້ ໃນນີ້ ຮີບດ່ວນທີ່ສຸດແມ່ນການປັບປຸງກົງຈັກຄຸ້ມຄອງການເກັບລາຍຮັບຢ່າງຄົບຊຸດ ເພື່ອໃຫ້ມີປະສິດທິຜົນ ແລະ ປະສິດທິພາບກວ່າເກົ່າ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະ ກົງຈັກການເກັບລາຍຮັບ ແຕ່ກ່ອນມີ 4 ກົມເກັບ ຈະໃຫ້ເຫຼືອພຽງ 1 ກົມ ຄື: ກົມສ່ວຍສາອາກອນເທົ່ານັ້ນໃນການເກັບລາຍຮັບ ຈຶ່ງຈະເຮັດໃຫ້ການພັດທະນາລະບົບຄຸ້ມຄອງທັນສະໄໝ ມີການປະຢັດ ພ້ອມນີ້ ຈະປະຕິຮູບກົງຈັກຄຸ້ມຄອງລາຍຈ່າຍ ເພາະຜ່ານມາຂາດປະສິດທິພາບ ແລະ ຍັງມີສິ່ງອຸດຕັນຫຼາຍດ້ານ ລວມເຖີງຈະດໍາເນີນການປະຕິຮູບດ້ານບຸຄະລາກອນທີ່ຮັບຜິດຊອບວຽກງານເກັບລາຍຮັບຢ່າງເລິກເຊິ່ງ ດໍາເນີນຫຼາຍຂັ້ນຕອນ ຫຼາຍກົນໄກ ແລະ ວິທີການ ໂດຍຈະເຮັດຄວບຄູ່ກັນໄປກັບການປັບປຸງກົງຈັກການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຢ່າງຮີບຮ້ອນທີ່ສຸດ.
ລັດຖະມົນຕີກະຊວງການເງິນ ຍັງໃຫ້ຮູ້ກ່ຽວກັບການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ເຫັນວ່າລາວເຮົາຍັງປະຕິບັດໄດ້ຊ້າ ຢ່າງໃດກໍຕາມ ຖ້າຫາກກົງຈັກການເກັບລາຍຮັບ ການຄຸ້ມຄອງລາຍຈ່າຍ ແລະ ບຸຄະລາກອນທີ່ເຮັດໜ້າທີ່ເກັບລາຍຮັບໄດ້ຮັບການປະຕິຮູບດີຂຶ້ນ ຈະເຮັດໃຫ້ການຫັນເປັນທັນສະໄໝໃນການເກັບລາຍຮັບດີຂຶ້ນໄປພ້ອມໆກັນ.
# ຂ່າວ & ພາບ: ບຸນມີ