ສ້າງຂະບວນການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ

    ກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ຮ່ວມກັບໂຮງຮຽນ ມສ ລຽວໂຕວ ຈັດແຂ່ງຂັນກີລາບານບ້ວງມິດຕະພາບ ລະຫວ່າງທີມສະພາການຄ້າແຂວງຫູນານ ແລະ ທີມໂຮງຮຽນ ມສ ລຽວໂຕວ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ ຂຶ້ນວັນທີ 22 ມີນາ 2021 ຢູ່ໂຮງຮຽນ ມສ ລຽວໂຕວ ໂດຍມີທ່ານ ສີຄູນ ບຸນວິໄລ ເລຂາທິການສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ທ່ານ ເລັ່ງ ສະຫວັນວາລີ ປະທານສະມາຄົມລວມຈີນດຽວດ້ວຍສັນຕິ ທ່ານ ຫຼີເວິນເຄີ່ ປະທານສະພາການຄ້າແຂວງຫູນານ ທ່ານ ສົມປະສົງ ຈັນທະວົງ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ປະທານໂຮງຮຽນ ມສ ລຽວໂຕວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສົມປະສົງ ຈັນທະວົງ ກ່າວວ່າ: ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ແລະ ໂຮງຮຽນ ມສ ລຽວໂຕວ ຈຶ່ງໄດ້ຈັດແຂ່ງຂັນກີລາບານບ້ວງມິດຕະພາບຂຶ້ນ ເພື່ອເພີ່ມທະວີຄວາມສາມັກຄີປອງດອງລະຫວ່າງຊາວຈີນຕ່າງດ້າວ ທີ່ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ແລະ ສຶບຕໍ່ເພີ່ມພູນມິດຕະພາບອັນດີງາມຂອງສອງປະເທດ ລາວ-ຈີນ ໃຫ້ໝັ້ນຍືນ ກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ສ້າງຕັ້ງຂຶ້ນເດືອນທັນວາ 2017 ພາຍໃຕ້ການຊີ້ນໍາ-ນໍາພາຂອງຫ້ອງການສະພາທີ່ປຶກສາການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກີລາ ເຊິ່ງມອບໃຫ້ໂຮງຮຽນ ມສ ລຽວໂຕວ ເປັນຜູ້ຮັບຜິດຊອບ ແລະ ຕິດຕາມເບິ່ງແຍງບັນດາໂຮງຮຽນທີ່ສອນພາສາຈີນທົ່ວປະເທດ ຈຸດປະສົງການສ້າງຕັ້ງກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ເພື່ອຍົກລະດັບການສິດສອນພາສາຈີນໃຫ້ມີມາດຕະຖານ ມີວິທີ ແລະ ເນື້ອໃນການສິດສອນທີ່ເປັນບາດກ້າວດຽວກັນຂອງໂຮງຮຽນຈີນທົ່ວປະເທດ.

    ນັບແຕ່ມື້ສ້າງຕັ້ງກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ມາຮອດປັດຈຸບັນ ໄດ້ຈັດກິດຈະກໍາທີ່ສໍາຄັນ ແລະ ມີຄວາມໝາຍ 3 ຄັ້ງ ຄື: ມອບ-ຮັບໃບຍ້ອງຍໍຄູດີເດັ່ນປະຈໍາໂຮງຮຽນຈີນທົ່ວປະເທດ ວັນທີ 30 ທັນວາ 2019 ກິດຈະກໍາລະດົມທຶນຊ່ວຍເຫຼືອວຽກງານສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ແຂວງອູຮັ່ນ ສປ ຈີນ ໃນຫົວຂໍ້ “ການບໍລິຈາກ ແມ່ນຄຸນຄ່າອັນປະເສີດ ຄວາມສໍາພັນໄມຕີຈິດ ແມ່ນສິ່ງລໍ້າຄ່າ ຄວາມຫຍຸ້ງຍາກເຮັດໃຫ້ເຫັນມິດແທ້ ພວກເຮົາກໍາລັງພ້ອມໃຈກັນປະຕິບັດ” ວັນທີ 8 ກຸມພາ 2020 ແລະ ກິດຈະກໍາແຂ່ງຂັນກີລາບານບ້ວງມິດຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ຄົບຮອບ 60 ປີຄັ້ງນີ້ ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການສະໜັບສະໜູນຂອງທຸກທ່ານໃນທີ່ນີ້ ກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນທົ່ວປະເທດ ຈະມີຄວາມກ້າວໜ້າຂຶ້ນເລື້ອຍໆ ແລະ ມີໂອກາດຈັດກິດຈະກໍາຕ່າງໆທີ່ມີຄວາມໝາຍຫຼາຍຮູບແບບ.

​                              # ຂ່າວ & ພາບ: ສະບາໄພ

error: Content is protected !!