ຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສສຊ ທີ່ພົວພັນວຽກງານແຜນການລົງທຶນ

    ວັນທີ 23 ມີນາ 2021 ທີ່ຫໍປະຊຸມແຫ່ງຊາດ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຄໍາຊີ້ແຈງບາງເນື້ອໃນຕໍ່ຄໍາເຫັນ ແລະ ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແຜນງົບປະມານແຫ່ງລັດ 5 ປີ (2021-2025) ໂດຍສະເພາະຂໍ້ຊັກຖາມທີ່ພົວພັນໃນວຽກງານແຜນການລົງທຶນ 5 ປີຕໍ່ໜ້າ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈຕໍ່ຄໍາເຫັນຂອງ ສສຊ ທຸກຄໍາຄິດເຫັນເປັນປະໂຫຍດຫຼາຍ ຕໍ່ການປັບປຸງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ສະພາແຫ່ງຊາດຈະຮັບຮອງໃນໂອກາດຕໍ່ໄປ.

    ຂໍ້ຊັກຖາມທີ່ ສສຊ ໃຫ້ຄວາມສົນໃຈ ແລະ ເປັນຫ່ວງເປັນໄຍສ່ວນຫຼາຍ ແມ່ນຕົວເລກການເຕີບໂຕຂອງເສດຖະກິດ ແລະ ທິດທາງແກ້ໄຂໜີ້ສິນ ເຊິ່ງໃນ 5 ປີຕໍ່ໜ້າ ສືບຕໍ່ກວດກາໂດຍສຸມໃສ່ຜົນຕອບແທນທາງດ້ານເສດຖະກິດເປັນຕົ້ນຕໍ ເພື່ອບໍ່ໃຫ້ມີໜີ້ສິນຫຼວງຫຼາຍ ພ້ອມນັ້ນ ຈໍາກັດໂຄງການໃໝ່ ແລະ ສ່ວນໂຄງການສືບຕໍ່ ຈະໄດ້ມີການກວດກາປະເມີນວ່າໂຄງການໃດຄວນສືບຕໍ່ ໂຄງການໃດຄວນໂຈະຊົ່ວຄາວ ຫຼື ໂຄງການໃດຄວນໂຈະຖາວອນ ໂດຍອີງໃສ່ລັກສະນະຕົວຈິງຂອງໂຄງການ ດຶງເອົານັກທຸລະກິດ ຜູ້ປະກອບການມີສ່ວນຮ່ວມໃນການພັດທະນາພື້ນຖານໂຄງລ່າງ ໂດຍເນັ້ນໃສ່ເສັ້ນທາງຊົນລະປະທານອື່ນໆ ຕົວຢ່າງ: ໂຄງການສ້າງເຂື່ອນໄຟຟ້າ ຕ້ອງໃຫ້ມັນມີຄຸນປະໂຫຍດຫຼາຍດ້ານ ນອກຈາກໃຊ້ພະລັງງານໄຟຟ້າແລ້ວ ໃຫ້ສາມາດນໍາໃຊ້ຊົນລະປະທານໃນລະດູແລ້ງ ຫຼືໃຊ້ແກ້ໄຂບັນຫາໄພພິບັດທໍາມະຊາດທີ່ຈະເກີດຂຶ້ນ ແລະ ອີງໃສ່ກົນໄກປະຕິບັດຜ່ານມາ ມີການກວດກາປະເມີນ ຢັ້ງຢືນມູນຄ່າ ຫົວໜ່ວຍລາຄາຕ່າງໆຕາມແຈ້ງການ ໂດຍແມ່ນຄະນະສະເພາະກິດຂອງກົມກວດກາ ແລະ ຂອງໂຄງການໃນທ້ອງຖິ່ນ ເພີ່ມທະວີການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການ ສືບຕໍ່ຄົ້ນຄວ້າແກ້ໄຂໜີ້ສິນໃຫ້ເຈົ້າໜີ້ລາຍໃຫຍ່ດ້ວຍການຫັນໜີ້ເປັນທຶນ ດ້ວຍໂຄງການສໍາປະທານດິນກະສິກໍາເພື່ອຜະລິດເປັນສິນຄ້າ ໂຄງການລົງທຶນຮ່ວມກັບລັດ ຫຼື ໂຄງການສໍາປະທານເພື່ອຫຼຸດຜ່ອນການເອື່ອຍອີງໃສ່ແຕ່ແຫຼ່ງທຶນຂອງລັດຖະບານ.

    ສະເພາະໂຄງການລົງທຶນຂອງລັດ ຈະມີການປັບປຸງກົນໄກຮັບຮອງເອົາໂຄງການລົງທຶນໃໝ່ ໂດຍອີງໃສ່ແຫຼ່ງງົບປະມານທີ່ມີ ບໍ່ໃຫ້ມີການລົງທຶນນອກແຜນ ແກ້ໄຂບັນຫາສົ່ງເສີມການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແກ້ໄຂເລື່ອງອຸດຕັນ ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ອອກນິຕິກໍາຕ່າງໆ ເພື່ອປັບປຸງເງື່ອນໄຂອໍານວຍຄວາມສະດວກສິ່ງແວດລ້ອມຕ່າງໆ ບັນດາຂະແໜງການກ່ຽວຂ້ອງ ໄດ້ປັບປຸງຂັ້ນຕອນກົນໄກດີຂຶ້ນ ແຕ່ໃນພາກປະຕິບັດກົນໄກຕົວຈິງຢູ່ທ້ອງຖິ່ນ ຍັງບໍ່ທັນມີການຫັນປ່ຽນຢ່າງຕັ້ງໜ້າ ຕໍ່ໜ້າ ຈະມີຫານຫັນປ່ຽນລົງໃກ້ຊິດຕິດຕາມຕື່ມອີກ ພ້ອມຄົ້ນຄວ້າ ປັບປຸງນິຕິກໍາທີ່ຍັງບໍ່ສອດຄ່ອງຂອງຂະແໜງການຕ່າງໆ ນັບທັງເລື່ອງການຂະຫຍາຍການບໍລິການປະຕູດຽວຢູ່ຂັ້ນພະແນກ ແຂວງ ເມືອງ ຕາມນະໂຍບາຍກະຊວງພາຍໃນສະເໜີ ແລະ ການປັບປຸງກົນໄກລະບຽບການລົງທຶນ ຈະໄດ້ເພີ່ມທະວີການຕິດຕາມກວດກາຕື່ມອີກ.

    ໂອກາດນີ້ທ່ານ ສອນໄຊ ສີພັນດອນ ຍັງແຈ້ງໃຫ້ຮູ້ຕື່ມວ່າ: ການປະຕິບັດການສົ່ງອອກສິນຄ້າກະສິກໍາໄປ ສປ ຈີນ ປັດຈຸບັນມີການປັບປຸງໃໝ່ ໂດຍສະເພາະ ຫັນໄປສູ່ການປະຕິບັດລະບຽບຂອງອົງການຄ້າໂລກ ສະນັ້ນ ພວກເຮົາຈະໄດ້ກໍານົດມາດຕະຖານ ປະເພດສິນຄ້າ ຕາມຫຼັກສຸຂະອະນາໄມກະສິກໍາ ແລະ ຈະໄດ້ຜ່ານການກວດກາ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!