ທ່ານ ໂອບີ້ ອິນທະວົງ ເຈົ້າຂອງຜະລິດຕະພັນພ້າ ພາຍໃຕ້ກາໝາຍ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ຂ້າພະເຈົ້າ ເປັນປະຊາຊົນຢູ່ບ້ານດົງກາເລົາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເມື່ອກ່ອນ ແມ່ນໄດ້ປະກອບອາຊີບແລ່ນລົດໂດຍສານ ໃນລະຫວ່າງແລ່ນລົດຢູ່ນັ້ນ ຜູ້ເປັນເມຍໄດ້ໄປຮັບພ້າຈາກປະຊາຊົນໄປຂາຍ ເມື່ອນຳໄປຂາຍແລ້ວ ເຫັນວ່າໄດ້ຮັບລາຍຮັບດີກວ່າການແລ່ນລົດໂດຍສານ ຈຶ່ງໄດ້ຢຸດເຊົາ ແລ້ວຫັນມາສົ່ງເສີມໃຫ້ປະຊາຊົນຈຳນວນ 3 ຄອບຄົວໃນ 3 ບ້ານ ປະກອບມີບ້ານ ດົງກະເລົາ ໜອງບຶກ ແລະ ບ້ານໜອງແຕ່ງ ຕີພ້າສົ່ງໃຫ້ກັບຕົນເອງ ໂດຍໄດ້ລົງທຶນໃຫ້ກ່ອນ ແລ້ວເກັບຊື້ຄືນ ໃນການຕີພ້າຈຳໜ່າຍນັ້ນ ແມ່ນເນັ້ນຜະລິດພ້າທີ່ມີຄຸນນະພາບ ອອກຈຳໜ່າຍ ໂດຍໄດ້ນຳໃຊ້ເຫຼັກແໜບແທ້ ນຳມາຕີເພື່ອໃຫ້ໄດ້ພ້າທີ່ມີຄຸນນະພາບ ສາມາດນຳໃຊ້ໄດ້ຍາວນານ ແລະ ສາມາດເວົ້າໄດ້ວ່າ ພ້າຂອງພວກເຮົາມີຄຸນນະພາບບໍ່ໜ້ອຍໜ້າພ້ານຳເຂົ້າຈາກຕ່າງປະເທດ.

ພ້າຂອງພວກເຮົາແມ່ນໄດ້ນຳໄປຂາຍຢູ່ຕະຫຼາດກະສິກຳອິນຊີຢູ່ 2 ຈຸດຄື: ຈຸດຕະຫຼາດກະສິກຳອິນຊີດົງນາໂຊກ ໃນວັນຈັນ ແລະ ວັນພະຫັດ ແລະ ຈຸດຕະຫຼາດກະສິກຳອິນຊີ ໜ້າສູນການຄ້າລາວ-ໄອເຕັກ ໃນວັນພຸດ ແລະ ວັນເສົາ ລາຄາຈຳໜ່າຍເລີ່ມແຕ່ 70 ພັນກີບຂຶ້ນໄປ ສຳລັບພ້າຂອງພວກເຮົາ ແມ່ນມີສັນຍາລັກກາໝາຍສະເພາະ ໂດຍໄດ້ ຂຽນຄຳວ່າ ລາວ ເປັນກາໝາຍສິນຄ້າສະຫຼັກຢູ່ໃນພ້າ ສະເລ່ຍລາຍຮັບຂອງຄອບຄົວທີ່ຕີພ້າ ແມ່ນໄດ້ 3 ແສນກີບຕໍ່ມື້ ສ່ວນລາຍຮັບຈາກການຈຳໜ່າຍແມ່ນໄດ້ດີສົມຄວນ ສາມາດນຳມາໃຊ້ຈ່າຍພາຍໃນຄອບຄົວ ສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຄອບຄົວໄດ້ເປັນຢ່າງດີ.

ສຳລັບຜູ້ທີ່ຕ້ອງການສະໜັບສະໜູນພ້າທີ່ຕີຈາກນາຍຊ່າງສີມືຄົນລາວ ທັງເປັນການສົ່ງເສີມຜະລິດຕະພັນລາວ ກໍສາມາດໄປຊື້ໄດ້ທີ່ຕະຫຼາດກະສິກຳອິນຊີ.
# ຂ່າວ & ພາບ: ເພັັດສະໝອນ