ມີວາງຈຳໜ່າຍແລ້ວໃນລາວ ສະມາດໂຟນຊຳຊຸງເພື່ອຄົນຮຸ່ນ ໃໝ່ Galaxy A52 ແລະ A72 ເນັ້ນກ້ອງສະເປັກສູງ ແລະ ຈໍ FHD+ sAMOLED ແບບ Infinity-O Display ຄົມຊັດ ສະບາຍຕາ ເໝາະສຳລັບການ ສ້າງສັນຜົນງານຂອງຄົນຮຸ່ນໃໝ່ໃຫ້ໂດດເດັ່ນຍິ່ງກວ່າໃຜ ພ້ອມ ຟີເຈີລ້ຳສະໄໝເພື່ອເຊື່ອມຕໍ່ທຸກຄົນເຂົ້າສູ່ສັງຄົມອອນລາຍ.

ຫຼັງຈາກປ່ອຍສະຕີມມິງການ ນໍາສະເໜີສະມາດໂຟນຊຳຊຸງ A52 ແລະ A72 ໄປແລ້ວທົ່ວ ໂລກ ໃນຊື່ “Samsung Galaxy Awesome Unpacked March 2021” ວັນທີ 17 ມີນາ 2021 ບໍລິສັດ ລາວຊຳຊຸງ ເອເລັກໂຕຣນິກ ຈຳກັດ ກໍພ້ອມໃຫ້ຄົນລາວ ໄດ້ ສຳຜັດປະສົບການເຕັກໂນໂລຊີຫຼ້າສຸດ ທີ່ຊຳຊຸງນຳເອົາມາໃສ່ ໄວ້ໃນສະມາດໂຟນທັງສອງຮຸ່ນ ເປັນຄັ້ງທຳອິດ ເຊິ່ງຄວາມໂດດ ເດັ່ນຂອງ A52 ແລະ A72 ຄືກ້ອງດ້ານໜ້າ ແລະ ດ້ານຫຼັງ ສາມາດໃຊ້ສ້າງສັນຜົນງານໄດ້ ທັງພາບນິ້ງ ແລະ ວີດີໂອແບບ ມືອາຊີບ ແລະ ຈໍທີ່ມີຄວາມຄົມ ຊັດສູງ ແລະ ໃຫ້ປະສົບການ ການໃຊ້ງານທີ່ວ່ອງໄວກວ່າເກົ່າ ນອກນີ້ຊຳຊຸງຍັງໄດ້ນຳຄຸນສົມ ບັດຈາກສະມາດໂຟນຮຸ່ນໃຫຍ່ ອີກຫຼາຍຢ່າງມາໃສ່ໃນສອງຮຸ່ນນີ້ ເຊັ່ນ: ມາດຕະຖານການກັນ ນໍ້າ ແລະ ຝຸ່ນ IP67 ລະບົບ ສຽງແບບ DOLBY ATMOS ສອງທິດທາງ ໃຫ້ສຽງທຸ່ມແຫຼມ ໄດ້ຄົບຖ້ວນມີຄວາມເພີດເພີນ ໃນການເບິ່ງໜັງ-ຟັງເພງ ທີ່ສຳ ຄັນຍັງມີອິນເຕີເຟດຫຼ້າສຸດ One UI 3.1 ທີ່ເຮັດໃຫ້ການໃຊ້ງານ ການເຊື່ອມຕໍ່ອຸປະກອນອື່ນໆ ຂອງຊຳຊຸງ ແລະ ການເຂົ້າສູ່ ໂລກອອນລາຍໄດ້ແບບຕໍ່ເນື່ອງ.

ກ້ອງຫຼັງຂອງຮຸ່ນ A52 ມີຄົບ ຖ້ວນທັງ 4 ໂຕ ຄື: ກ້ອງຫຼັກ ຄວາມລະອຽດ 64 ລ້ານພິກ ເຊວ ກ້ອງເລນໄວດ໌ສຳລັບ ເກັບ ພາບມຸມກວ້າງຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄສຳ ລັບຖ່າຍພາບໄລຍະໃກ້ຄວາມ ລະອຽດ 5 ລ້ານພິກເຊວ ແລະ ກ້ອງເດບທີ່ສາມາດຖ່າຍຮູບແບບໜ້າຊັດຫຼັງລະລາຍ ຄວາມລະ ອຽດ 5 ລ້ານພິກເຊວ ສ່ວນກ້ອງ ຫຼັງຂອງຮຸ່ນ A72 ກໍມີຄົບຖ້ວນ ທັງ 4 ໂຕ ຄື: ກ້ອງຫຼັກ ຄວາມ ລະອຽດ 64 ລ້ານພິກເຊວ ກ້ອງ ເລນໄວດ໌ ຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄ ຄວາມ ລະອຽດ 5 ລ້ານພິກເຊວ ແລະ ຍັງມີຄວາມແຕກຕ່າງຄືກ້ອງເທ ເລທີ່ສາມາດຊຸມໄດ້ 3 ເທົ່າ ໂດຍທີ່ຮູບຍັງຄົມຊັດ ມີຄວາມ ລະອຽດ 8 ລ້ານພິກເຊວ ເຊິ່ງ ພຽງ ພໍສຳລັບການຜະລິດງານ ວິດີໂອລະດັບມືອາຊີບ ພິເສດ ສຳລັບກ້ອງຂອງຮຸ່ນ A52 ຍັງມີດີຈີຕອນຊຸມ 10 ເທົ່າ ແລະ ຮຸ່ນ A72 ມີເລນຊຸມ 3 ເທົ່າ ພ້ອມລະບົບກັນສັ່ນ (IOS) ແບບອອບຕິຄອນ ແລະ ສາ ມາດຊຸມດີຈີຕອນໄດ້ເຖິງ 30 ເທົ່າ ນອກນີ້ທັງສອງລຸ້ນຍັງມີ ໂໝດ Super Steady ທີ່ຊ່ວຍ ຫຼຸດການສັ່ນເວລາຖ່າຍວີດີໂອ ເຮັດໃຫ້ພາບເບິ່ງນິ້ງສະບາຍຕາ ແລະເຕັກໂນໂລຊີສະເພາະຂອງ ຊຳຊຸງທີ່ຊ່ວຍໃຫ້ການຖ່າຍພາບ ໃນສະພາວະແສງໜ້ອຍ ຊ່ວຍ ປັບແສງໃຫ້ພາບສົດໃສ ມີມິຕິ ສວຍງາມ ມາພ້ອມກັບມີລະບົບ ສາກໄວ ແລະ ຄຸນສົມບັດອື່ນໆ ອີກເຊິ່ງບັນດາທ່ານທີ່ສັ່ງຊື້ A52 ແລະ A72 ແຕ່ມື້ນີ້ເຖິງວັນທີ 18 ເມສາ 2021 ຈະໄດ້ຮັບສິດຊື້ Galaxy Buds+ ໃນລາຄາ 50% ທັງສອງຮຸ່ນມີວາງ ຈຳ ໜ່າຍຢູ່ທົ່ວປະເທດ ລາຄາ 3.699.000 ກີບ ສຳລັບຮຸ່ນ A52 ແລະ 4.999.000 ສຳລັບ ຮຸ່ນ A72 ມີສີຟ້າ ສີຂາວ ສີດຳ ແລະ ສີມ່ວງ ສົນໃຈສັ່ງຊື ຫຼື ສອບຖາມ ຂໍ້ມູນເພີ່ມເຕີມທີ່ Samsung Call Center: 021 417333.