ລັດວິສະຫະກິດລົດເມ ນະຄອນຫຼວງວຽງຈັນ ຮ່ວມກັບອົງການໄຈກາ ປະຈຳລາວ ແລະ ບໍລິສັດລາວເວີນມະຫາຊົນ ຈັດແຂ່ງຂັນຮູບແຕ້ມລົດເມໃນຝັນໃຫ້ກັບນ້ອງນັກຮຽນໃນ 6 ໂຮງຮຽນເປົ້າໝາຍ ທັງນີ້ ເພື່ອສົ່ງເສີມໃຫ້ເຍົາວະຊົນໄດ້ເຂົ້າໃຈ ແລະ ຮຽນຮູ້ກ່ຽວກັບການໃຊ້ລົດເມສາທາລະນະ ພ້ອມທັງປູກຈິດສໍານຶກໃຫ້ເຂົາເຈົ້າຫັນມານໍາໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຈະລາຈອນແອອັດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພ້ອມທັງຮຽນຮູ້ກ່ຽວກັບຄວາມປອດໄພທາງຫຼວງ.

ໃນການແຂ່ງຂັນ ມີນ້ອງນັກຮຽນສົ່ງຮູບແຕ້ມເຂົ້າມາແຂ່ງຂັນ 400 ຮູບ ໃນນັ້ນ ມີຜູ້ຊະນະ 10 ນ້ອງທີ່ມາຈາກໂຮງຮຽນວັດທະນະກອນ ລາງວັນຊົມເຊີຍ 7 ນ້ອງ ເປັນກຽດມອບລາງວັນຄັ້ງນີ້ ມີຕາງໜ້າລັດວິສາຫະກິດລົດເມ ນວ ຕາງໜ້າອົງການໄຈກາປະຈຳລາວ ຕາງໜ້າບໍລິສັດລາວເວີນມະຫາຊົນ.

ນັກຮຽນທີ່ເຂົ້າຮ່ວມກິດຈະກຳດັ່ງກ່າວ ແມ່ນນັກຮຽນຊັ້ນປະຖົມທີມາຈາກ 6 ໂຮງຮຽນຄື ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສິນໄຊ ໂຮງຮຽນສະບາຍດີ ລ້ຽງເດັກ ອະນຸບານ ປະຖົມ ໂຮງຮຽນ ອະນຸບານ-ປະຖົມ ສັນທະລັກ ໂຮງຮຽນນານາຊາດລາວ ໂຮງຮຽນ ວັດທະນາກອນ ແລະ ໂຮງຮຽນປະຖົມ ສະຫວ່າງ.
