ພະແນກ ຖວທ ນວ ຫວນຄືມູນເຊື້ອວັນສໍາຄັນຕ່າງໆ

    ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22.3.1955-22.3.2021) ແລະ ວັນຜູ້ເສຍອົງຄະ ເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (21 ມີນາ 1946-21 ມີນາ 2021) ດັ່ງນັ້ນ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອຂອງສອງວັນດັ່ງກ່າວຂຶ້ນໃນວັນທີ 23 ມີນາ 2021 ທີ່ພະແນກ ຖວທ ນວ ໃຫ້ກຽດປາຖະກະຖາໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະ ຖວທ ນວ ມີຮອງຫົວໜ້າພະແນກ ບັນດາຫົວໜ້າຂະແໜງ ການ ກອງວິຊາການອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ກອງປະຊຸມ ໄດ້ຮັບຟັງລາຍງານສະຫຼຸບວຽກງານ ຖວທ ປະຈໍາໄຕມາດ I (1,2,3) ແລະ ວຽກງານຈຸດສຸມ 9 ເດືອນທ້າຍປີ 2021 ຈາກນັ້ນ ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຍົກໃຫ້ເຫັນເຖິງການກໍາເນີດພັກປະຊາຊົນປະຕິວັດລາວ ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາພັກຂອງພັກປະຊາຊົນປະຕິວັດລາວ ໃນແຕ່ໄລຍະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ເຂົ້າໃນການພັດທະນາປະເທດຊາດ ພ້ອມນັ້ນ ທ່ານໄດ້ສືບຕໍ່ເລົ່າມູນເຊື້ອວັນຜູ້ເສຍອົງຄະ ແລະ ເສຍຊີວິດເພື່ອປະເທດຊາດ ໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ເສີມຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນໃຫ້ປາກົດຜົນເປັນຈິງ ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຖອດຖອນເອົາບົດຮຽນອັນລໍ້າຄ່ານີ້ ນໍາໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອປັບປຸງຊິວິດການເປັນຢູ່ ຄອບຄົວ ບ້ານ ເມືອງ ແລະ ປະເທດຊາດໃຫ້ດີຂຶ້ນເທື່ອລະກ້າວ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!