​ສ້າງຄວາມເຂົ້າໃຈຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

     ກົມ​ເສດ​ຖະ​ກິດ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈັດກອງ​ປະ​ຊຸມ​ເຜີຍ​ແຜ່ໂຄງການເຝີກອົບຮົມສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫົວຂໍ້: ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ ”  ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນວັນທີ 19 ມີນາ 2021 ຢູ່ແຂວງຫຼວງພະບາງ ໂດຍເປັນປະທານຂອງທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງປະ​ເທດ ທ່ານນາງ ສິລິພອນ ສຸພັນທອງ ຮອງ​ເຈົ້າ​ແຂວງຫຼວງພະບາງ ​ມີ​ຜູ້​ຕາງໜ້າຈາກ​ສູນ​ກາງ ແລະ ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງຈາກ 7 ແຂວງເຂົ້າ​ຮ່ວມ ​

    ກອງປະຊຸມຄັ້ງນີ້ ເປັນກິດຈະກໍາໜຶ່ງທີ່ ສປປ ລາວ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ (23 ມີນາ 2016-23 ມີນາ 2021) ແລະ ງານສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2021 ຈຸດ​ປະ​ສົງເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄືຂອບການຮ່ວມມືພາກພື້ນ ແລະ ອTນຸພາກພື້ນແມ່ນໍ້າຂອງ ໂດຍໝູນໃຊ້ທ່າແຮງຂອງການຮ່ວມມືດັ່ງກ່າວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະຢູ່ບັນດາແຂວງພາກເໜືອທີ່ມີຊາຍແດນຕິດຈອດກັບ ສປ ຈີນ.

      ກອງປະຊຸມ ຜູ້ເຂົ້າຮ່ວມໄດ້​ຮັບ​ຟັງ​​ໝາກຜົນການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງເປັນນະໂຍບາຍ ແລະ ຍຸດທະສາດສໍາຄັນໜຶ່ງທີ່ ສປ ຈີນ ກໍາລັງຈັດຕັ້ງປະຕິບັດຢູ່ໃນຫຼາຍພາກພື້ນ ໃນນັ້ນ ລວມມີພາກພື້ນອະນຸແມ່ນໍ້າຂອງ ໂດຍຜ່ານການຮ່ວມມືທັງຮູບແບບສອງຝ່າຍ ແລະ ຫຼາຍຝ່າຍໃນພາກພື້ນ ແລະ ສາກົນ. ຄຽງຄູ່ກັນນີ້ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງກັບ​ຄູ່​ຮ່ວມ​ພັດ​ທະ​ນາ ໂດຍ​​ລົງ​ເລິກ​ຂອບ​ການ​ຮ່ວມ​ມືແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ລວມທັງຂັ້ນ​ຕອນການ​ສະ​ເໜີ​ໂຄງ​ການ ​ພາຍ​ໃຕ້​ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ​

    ໃນ​ຕອນ​ທ້າຍ ກອງ​ປະ​ຊຸມໄດ້ຮັບ​ຟັງ​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ບັນ​ດາ​ແຂວງ​ພາກເໜືອ ທີ່​ໄດ້​ຍົກ​ໃຫ້​ເຫັນ​​ເຖິງກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການຮ່ວມມືກັບສາກົນ ໂດຍສະເພາະກັບ ສປ ຈີນ ສຸມ​ໃສ່ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ຊອກ​ຫາ​ໂອ​ກາດໃນ​ການ​ໝູນ​ໃຊ້​ທ່າ​ແຮງ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນຂອງ ສ​ປ​ປ ລາວ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງຄົມແຫ່ງ​ຊາດ ກໍ​ຄືຂອງ​ທ້ອງ​ຖິ່ນ​ໃຫ້​ມີ​ປະ​ສິດ​ທິ​ຜົ​ນຍິ່ງ​ຂຶ້​ນ.

​                              # ຂ່າວ & ພາບ: ລັດເວລາ

error: Content is protected !!