ຫົວເຫວີຍ ນໍາສະເໜີ HUAWEI IdeaHub Board ທົ່ວໂລກ ໃນງານນໍາສະເໜີຜະລິດຕະພັນໃໝ່ຂອງການເຮັດວຽກຮ່ວມກັນຢ່າງຊານສະຫຼາດ ປີ 2021 ວັນທີ 17 ມີນາ 2021 ຢູ່ເຊີນເຈີ້ນ ສປ ຈີນ ເຊິ່ງເປັນກະດານຂາວສໍາລັບການເຮັດວຽກຮ່ວມກັນຕົວທຳອິດຂອງອຸດສາຫະກຳທີ່ມີເຕັກໂນໂລຊີປ້ອງກັນແສງສີຟ້າ ໄດ້ຮັບການຮັບຮອງໂດຍ TÜV Rheinland ເຕັກໂນໂລຊີນີ້ ຈະກຳຈັດແສງສີຟ້າ ແລະ ສີທີ່ເປັນອັນຕະລາຍ ເພື່ອໃຫ້ການສະແດງຜົນທີ່ສົດໃສ ແລະ ໃຫ້ປະສົບການ-ການເບິ່ງດ້ວຍຄວາມປອດໄພ ນອກນີ້ ຍັງສາມາດສະແດງຈໍພາບແບບໄຮ້ສາຍ ແລະ ການຂີດຂຽນທີ່ຊານສະຫຼາດ ເພື່ອເພີ່ມປະສົບການຂອງຜູ້ຊົມໃຊ້ໃນດ້ານການສຶກສາ ເຝິກອົບຮົມ ປະຊຸມທ້ອງຖິ່ນ ແລະ ການສົນທະນາແບບເປີດ.

ທ່ານ Pan Yong ຮອງປະທານຫົວເຫວີຍ ຝ່າຍການຂາຍຜະລິດຕະພັນ ແລະ ໂຊລູຊັນ ກ່າວວ່າ: ການເລັ່ງການຂະຫຍາຍຕົວເສດຖະກິດດີຈີຕອນ ໄດ້ເຮັດໃຫ້ວຽກງານດີຈີຕອນ ແລະ ການສຶກສາ ເປັນເລື່ອງ New Normal ສຳລັບທຸກຄົນ ແລະ ທຸກອົງກອນ HUAWEI Ideahub ທີ່ນໍາສະເໜີໃນປີຜ່ານມາ ເປັນເຄື່ອງມືເພີ່ມປະສິດທິຜົນ ທີ່ອອກແບບເພື່ອຊ່ວຍໃຫ້ຜູ້ຊົມໃຊ້ໃນຂະແໜງອຸດສາຫະກໍາຕ່າງໆປັບຕົວເຂົ້າກັບຍຸກ New Normal ແລະ ບັນລຸການເຮັດວຽກຮ່ວມກັນລະຫວ່າງອຸປະກອນ ແລະ ລະບົບ Cloud ສ່ວນ HUAWEI IdeaHub Board ຮຸ່ນໃໝ່ນີ້ ຖືກອອກແບບເປັນພິເສດສຳລັບຫ້ອງຮຽນທີ່ຊານສະຫຼາດ ຫ້ອງປະຊຸມ ແລະ ສຳນັກງານຕ່າງໆ ອຳນວຍຄວາມສະດວກໃຫ້ການເຮັດວຽກຮ່ວມກັນທີ່ມີປະສິດທິຜົນກວ່າເກົ່າ.
ການຊົມໃຊ້ໜ້າຈໍດີຈີຕອນ ເປັນສິ່ງກັງວົນໃຈດ້ານສຸຂະພາບຕາຂອງຫຼາຍຄົນ HUAWEI IdeaHub Board ຈຶ່ງນໍາໃຊ້ເຕັກໂນໂລຊີປ້ອງກັນແສງສີຟ້າ ເພື່ອປ້ອງກັນແສງສີຟ້າທີ່ເປັນອັນຕະລາຍຈາກແຫຼ່ງກໍາເນີດແສງ ແລະ ປົກປ້ອງສາຍຕາຂອງຜູ້ໃຊ້ ເຕັກໂນໂລຊີທີ່ໃຊ້ຕ້ານແສງສີຟ້າແບບທົ່ວໄປ ແລະ ແບບຖະໜອມສາຍຕາ ບໍ່ສາມາດກອງແສງສີຟ້າທີ່ເປັນອັນຕະລາຍອອກໝົດໄດ້ ນອກນີ້ ຍັງມີທ່າອ່ຽງທີ່ຈະເພີ່ມແສງສີເຫຼືອງໃຫ້ໜ້າຈໍ ເຊິ່ງເຮັດໃຫ້ສາຍຕາອ່ອນເພຍ ແລະ ສົ່ງຜົນກະທົບຕໍ່ການຮັບຮູ້ສີ ການນຳໃຊ້ເຕັກໂນໂລຊີຊົດເຊີຍ ເພື່ອສະກັດກັ້ນແສງສີຟ້າທີ່ເປັນອັນຕະລາຍຈາກແຫຼ່ງກໍາເນີດແສງ HUAWEI IdeaHub Board ຈະຊ່ວຍໃຫ້ໝັ້ນໃຈວ່າມີແສງສີຟ້າຕໍ່າ ສາມາດວັດແທກສີ ແລະ ປັບແສງຕາມສະພາບແວດລ້ອມ.
ການສະແດງພາບໜ້າຈໍ ແລະ ການຂີດຂຽນກະດານ ແມ່ນສອງໜ້າທີ່ນໍາໃຊ້ກັນຫຼາຍທີ່ສຸດໃນການສຶກສາ ແລະ ຫ້ອງການ HUAWEI IdeaHub Board ຈຶ່ງນໍາສະເໜີຄຸນສົມບັດພິເສດເພື່ອເພີ່ມປະສົບການຂອງຜູ້ໃຊ້ ຊ່ວຍໃຫ້ຜູ້ໃຊ້ສາມາດສະແດງເນື້ອຫາຈາກໂທລະສັບ ໄປຍັງຈໍໃຫຍ່ ໂດຍບໍ່ຕ້ອງຕິດຕັ້ງເພີ່ມເຕີມ ສາມາດຄວບຄຸມໂທລະສັບໄດ້ຈາກໜ້າຈໍຂະໜາດໃຫຍ່ ໂດຍບໍ່ກັງວົນກ່ຽວກັບຄວາມປອດໄພ HUAWEI IdeaHub Board ໃຊ້ເຕັກໂນໂລຊີການເຊື່ອມຕໍ່ແບບບໍ່ມີຊ່ອງຫວ່າງ ແລະ ຄວາມສາມາດດ້ານຊອບແວທີ່ມີນະວັດຕະກຳໃໝ່ ເພື່ອມອບປະສົບການການຂຽນທີ່ງ່າຍ ດ້ວຍຄວາມໄວຕ່ໍາສຸດ ເຮັດໃຫ້ການຂຽນຢູ່ກະດານງ່າຍຄືກັບການໃຊ້ບິກ ແລະ ເຈ້ຍ ຂະນະດຽວກັນ ລະບົບການຮັບຮູ້ຕົວໜັງສື ການຮັບຮູ້ກຣາຟິກ ແລະ ການແບ່ງປັນອີເມວ ຈະມອບປະສົບການທີ່ມີປະສິດທິຜົນຫຼາຍກວ່າກະດານທົ່ວໄປ ເຊິ່ງມີຂະໜາດ 65 ນິ້ວ ແລະ 86 ນິ້ວ ເໝາະສົມສຳລັບວາງພື້ນ ແລະ ຕິດຝາ.
# ຂ່າວ & ພາບ: ສະບາໄພ