ວັນທີ 19 ມີນາ 2021 ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ຂຶ້ນທີ່ເດີ່ນບານເຕະໂຮງຮຽນດັ່ງກ່າວ ມີບັນດາຄະນະຄູ-ອາຈານ ແລະ ນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.


ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ກ່າວວ່າ: ຈຸດປະສົງແມ່ນເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ແລະ ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ກໍຄືບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ແຂ່ງຂັນກັນຜັນຂະຫຍາຍມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ ພ້ອມກັນນີ້ ເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ໃຫ້ເປັນຂະບວນຟົກຟື້ນ.


ສໍາລັບກິດຈະກໍາແຂ່ງຂັນກີລາຄັ້ງນີ້ ປະກອບມີ 4 ປະເພດຄື: ເຕະບານ ຍິງ-ຊາຍ ດຶງເຊືອກ ຍິງ-ຊາຍ ແລ່ນເປົາ ຍິງ-ຊາຍ ແລະ ເປຕັງ ເຊິ່ງມີນັກກີລາມາຈາກ 3 ລະບົບຮຽນ 5 ຫ້ອງຮຽນຄື: ນັກສຶກສາອະນຸປະລິນຍາ ຮຸ່ນທີ 16 ອະນຸປະລິນຍາ ຮຸ່ນທີ 17 ກ-ຂ ລະບົບຊັ້ນກາງ ລະບົບຊັ້ນຕົ້ນ ແລະ ຫ້ອງຮຽນ 45 ວັນ ທັງນີ້ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງບັນດານັກສຶກສາແຕ່ລະລະບົບ ແຕ່ລະຫ້ອງ ປະຕິບັດທິດນໍາຂອງນະຄອນຫຼວງທີ່ວ່າ: ອອກກໍາລັງກາຍສະໝໍ່າສະເໝີ ອາລົມຈິດແຈ່ມໃສ ປະກອບສ່ວນເຂົ້າໃນການພັດທະນານະຄອນຫຼວງໃນໄລຍະໃໝ່ ໃຫ້ເປັນນະຄອນຫຼວງໜ້າຢູ່ ແລະ ຍືນຍົງ ພ້ອມກັນກ້າວໄປສູ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມວັດທະນາຖາວອນ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ.
# ຂ່າວ & ພາບ: ວຽງມາ