ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ມອບເຄື່ອງຊ່ວຍເຫຼືອ 200 ກວ່າລ້ານ ຕ້ານພະຍາດ COVID-19

    ສູນກາງແນວລາວສ້າງຊາດ ຮ່ວມກັບມູນນິທິພົງສະຫວັນ ຮ່ວມແຮງຮ່ວມໃຈມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ໂຮງໝໍມະໂຫສົດ ໂຮງໝໍສູນກາງ 103 ແລະ ໂຮງໝໍເຊດຖາທິຣາດ ເພື່ອປະກອບສ່ວນໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

     ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 10 ເມສາ 2020 ເຊິ່ງຢູ່ໂຮງໝໍໍມະໂຫສົດ ມອບໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານ ພິສິດ ພຸດສະຫວັດ ຜູ້ອໍານວຍການໃຫຍ່ໂຮງໝໍມະໂຫສົດ ຢູ່ໂຮງໝໍສູນກາງ 103 ມອບໂດຍທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານ ພັນເອກ ສຸລິພັນ ເພັດຈັນທະລາ ຜູ້ອໍານວຍການໂຮງໝໍສູນກາງ 103 ແລະ ຢູ່ໂຮງໝໍເຊດຖາທິຣາດ ມອບໂດຍທ່ານ ເຢ່ຍເກີຢາ ໜໍ່ຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ຮັບໂດຍທ່ານ ໄພວັນ ແກ້ວປະເສີດ ຜູ້ອໍານວຍການໂຮງໝໍເຊດຖາທິຣາດ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີຖົງມືການແພດ ເຈວລ້າງມື ໝີ່ສໍາເລັດຮູບ ໝໍ້ຕົ້ມນໍ້າຮ້ອນ ຜ້າປິດປາກ-ດັງ ນໍ້າດື່ມ ໂອວັນຕີນ ກາເຟ ນົມຂຸ້ນຫວານ ນົມແລັກຕາຊອຍ ລວມມູນຄ່າ 200 ກວ່າລ້ານກີບ ໃນນີ້ມອບໃຫ້ໂຮງໝໍມະໂຫສົດ ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ ມອບໃຫ້ໂຮງໝໍສູນກາງ 103 ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ ແລະ ມອບໃຫ້ໂຮງໝໍເຊດຖາທິຣາດ ມີຖົງມືການແພດ 3.000 ອັນ ເຈວລ້າງມື 300 ແກ້ວ ໝີ່ສໍາເລັດຮູບ 200 ແກັດ ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ ຜ້າປິດປາກ-ດັງ 5.000 ອັນ ນໍ້າດື່ມ 200 ແກັດ ໂອວັນຕີນ 16 ແກັດ ກາເຟ 16 ແກັດ ນົມຂຸ້ນຫວານ 16 ແກັດ ນົມແລັກຕາຊອຍ 20 ແກັດ ມູນຄ່າ 66.564.000 ກີບ.

error: Content is protected !!