
ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວວັນທີ 10 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ກ່ຽວກັບການຈັດຕັ້ງປະຕິບັດມາດຕະການໂຕ້ຕອບ ການແຜ່ລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ:
ເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງກ່ຽວກັບການຈັດຕັ້ງປະຕິບັດມາດຕະການຄຳສັ່ງເລກທີ 06/ນຍ ຄຳສັ່ງເລກທີ 07/ຄລສພ ຂອງຄະນະເລຂາທິການສູນກາງພັກ ກໍຄືຄຳແນະນຳຕ່າງໆຂອງຂະແໜງການກ່ຽວຂ້ອງ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດເຊື້ອພະຍາດ COVID-19 ດັ່ງນັ້ນ ພວກເຮົາໄດ້ວາງມາດຕະການຈັດຕັ້ງປະຕິບັດ ຕາມການຊີ້ນຳຂອງກອງປະຊຸມຄະນະສະເພາະກິດຂັ້ນ ນວ ໄດ້ຈັດຕັ້ງກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ໂດຍຜັນຂະຫຍາຍອອກບົດແນະນຳຂອງ ນວ ໃຫ້ເປັນອັນລະອຽດຄື:
1) ຫ້າມບໍ່ໃຫ້ປະຊາຊົນອອກຈາກເຮືອນ-ທີ່ພັກອາໄສຂອງຕົນເອງ ໃນຂໍ້ 3 ຂອງຄຳສັ່ງເລກທີ 06/ນຍ ຖ້າຈຳເປັນແທ້ໆ ກໍອອກເຮືອນໄດ້ເຊັ່ນ: ໄປໂຮງໝໍ ໄປຕະຫຼາດ ຊື້ເຄື່ອງໃຊ້ ແຕ່ໃຫ້ແບ່ງກັນໄປ ຄອບຄົວໜຶ່ງສາມາດອອກເຮືອນ 1-2 ຄົນ.
2) ວິທີຈັດຕັ້ງປະຕິບັດ ບ້ານ ແລະ ປກສ ບ້ານ ເຮັດສັນຍາກັບແຕ່ລະຄົວເຮືອນ ອອກໜັງສືຢັ້ງຢືນໃຫ້ປະຊາຊົນຢູ່ພາຍໃນບ້ານຂອງຕົນ ຍົກເວັ້ນຜູ້ທີ່ໄປປະຕິບັດໜ້າທີ່ ກຳລັງປະກອບອາວຸດ ປະຈຳການຢູ່ສຳນັກງານ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ອອກບັດໃຫ້ ສຳລັບຜູ້ທີ່ໄປເຮັດການຜະລິດກະສິກຳ ການປູກ-ການລ້ຽງ ແຕ່ບໍ່ໃຫ້ເກີນ 10 ຄົນ.
3) ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ເຂດທີ່ມີການຕິດເຊື້ອ ຫຼືເຂດທີ່ມີຄວາມສ່ຽງ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນ ໃນຂໍ້ 4 ຂອງຄຳສັ່ງ 06/ນຍ ແມ່ນໃຫ້ຕັ້ງດ່ານເພື່ອກວດສຸຂະພາບ ກວດເຫັນໃຜເປັນໄຂ້ ໃຫ້ສົ່ງໄປໂຮງໝໍ ບໍ່ໃຫ້ເຂົ້າມາ ນວ ໃນດ່ານກວດສຸຂະພາບ ໃຫ້ມີປ້າຍຊີ້ບອກການກວດເຊື້ອພະຍາດ ກວດກາຕ້ອງສຸມໃສ່ກວດລົດທີ່ສາມາດບັນຈຸຫຼາຍຄົນ ສຳລັບບ້ານທີ່ມີຄົນຕິດເຊື້ອຕ້ອງໄດ້ປິດ ແນໃສ່ປິດຄອບຄົວທີ່ຕິດເຊື້ອ ຄອບຄົວໃກ້ຄຽງ ແຕ່ໃຫ້ກຳນົດວົງລັດສະໝີທີ່ຈະຈຳກັດ ໂດຍໃຫ້ຕັ້ງປ້າຍກຳນົດຈຸດຄັກແນ່ ມີການປ້ອງກັນເວນຍາມ ອະນຸຍາດຄອບຄົວໜຶ່ງສາມາດອອກໄປຊື້ເຄື່ອງໃຊ້ຈຳເປັນ ແລະ ອາຫານກິນໄດ້ແຕ່ 1 ຄົນຕໍ່ມື້ ແລະ ຕ້ອງໃສ່ເຄື່ອງປ້ອງກັນຕົວເອງ.
4) ຫ້າມຈັດກິດຈະກຳປະຊຸມ ຫຼືໂຮມຊຸມນຸມຕ່າງໆ ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ ໃນຂໍ້ 7 ຂອງຄຳສັ່ງເລກທີ 06/ນຍ ແມ່ນນັບແຕ່ວັນທີ 10-19 ເມສາ 2020 ບໍ່ໃຫ້ຈັດກິດຈະກຳຫຍັງ ງົດການຈັດງານປະເພນີຫົດສົງພະປີໃໝ່ລາວ ຕາມແຈ້ງການເລກທີ 175/ອພສ ລົງວັນທີ 7 ເມສາ 2020 ບໍ່ໃຫ້ຫຼິ້ນການພະນັນທຸກປະເພດ ທັງໃນເຮືອນດີ ເຮືອນກຳ ຫຼືນັ່ງໃກ້ກັນ ໄປສົ່ງສະການກໍໃຫ້ຍ່າງ ຫຼືຢູ່ໄກກັນ 2 ແມັດ.
5) ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບດ່ານສາກົນຫ້າມບຸກຄົນເຂົ້າ-ອອກເດັດຂາດ ອະນຸຍາດໃຫ້ແຕ່ຂົນສົ່ງສິນຄ້າໃນຂໍ້ 8 ຂອງຄຳສັ່ງ 06/ນຍ.
6) ໃຫ້ສືບຕໍ່ປິດກິດຈະການບັນເທິງ ຮ້ານຄາຣາໂອເກະ ຮ້ານອົບນວດ ສາລາເບຍ ໃນຂໍ້ 9 ຂອງຄຳສັ່ງ 06/ນຍ ສະເພາະຮ້ານອາຫານ ຮ້ານເຝີ-ຮ້ານໝີ່ ໃຫ້ເປີດຂາຍໄດ້ ແຕ່ໃຫ້ຊື້ໄປກິນຢູ່ເຮືອນ ແລະ ຫ້າມນັ່ງກິນຊຸມແຊວ 3 ຄົນຂຶ້ນໄປ.
7) ສືບຕໍ່ກິດຈະການຕະຫຼາດກະສິກຳ ຮ້ານຂາຍເຄື່ອງ ຮ້ານຄ້າ (ຊຸບເປີມາກເກັດ) ໃນຂໍ້ 10 ຂອງຄຳສັ່ງ 06/ນຍ ແຕ່ໃຫ້ອອກລະບຽບການຊື້-ຂາຍ ເປັນຕົ້ນ ລະຫວ່າງຜູ້ຂາຍ-ຜູ້ຊື້ໃຫ້ຫ່າງກັນ 2 ແມັດ ມີເຄື່ອງປ້ອງກັນຕົນເອງ ບໍ່ໃຫ້ຫຸ້ມກັນ ສຳລັບໜ່ວຍກວດກາແມ່ນມອບໃຫ້ ປກສ ໄປປະຈຳແຕ່ລະຈຸດ.