
ລະຫວ່າງວັນທີ 15 ມີນາ – 3 ເມສາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງວຽງພູຄາ ແຂວງຫຼວງນ້ຳທາ ຂະແໜງກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ລົງສໍາຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການຍ່ອຍຢູ່ແຕ່ລະບ້ານທີ່ຈະໄດ້ຮັບໂຄງການໃນປີ 2020 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 192 ຄົນ ຍິງ 81 ຄົນ.
6 ໂຄງການຍ່ອຍດັ່ງກ່າວ ປະກອບມີ:
- ໂຄງການສ້ອມແປງຊົນລະປະທານ ບ້ານປລາງ ກຸ່ມບ້ານນໍ້າສີງ
- ໂຄງການຈັດສັນເຂດລ້ຽງສັດ ບ້ານນໍ້າແອງ ກຸ່ມບ້ານນໍ້າສີງ
- ໂຄງການສ້ອມແປງທາງ+ຂົວໄປໂຮງຮຽນ ບ້ານນໍ້າຈຣິ ກຸ່ມບ້ານນໍ້າແພ
- ໂຄງການສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານນໍ້າແພ ກຸ່ມບ້ານນໍ້າແພ
- ໂຄງການສ້ອມແປງທາງໄປຫາເຂດຜະລິດ ບ້ານຫ້ວຍຫົກ ກຸ່ມບ້ານທົ່ງລາດ ແລະ ໂຄງການສ້ອມແປງ ແລະສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານນໍ້າກາບໃຕ້ ກຸ່ມບ້ານທົ່ງລາດ.
ໂຄງການທັງໝົດເຫຼົ່ານັ້ນ ຈະນໍາໃຊ້ທຶນຊ່ວຍເຫຼືອຂອງອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດ (SDC) ລວມ 756 ລ້ານກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ແລະ ຄາດວ່າຈະສາມາດເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາ 2020.