ສະຫະພັນແມ່ຍິງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 111 ປີ ພາຍໃຕ້ຄຳຂວັນ “ການນຳເພດຍິງ: ການບັນລຸຄວາມສະເໝີພາບໃນໄລຍະໂຄວິດ-19” ເມື່ອວັນທີ 17 ມີນາ 2021 ທີ່ພະແນກດັ່ງກ່າວ ເປັນກຽດປາຖະກະຖາຂອງທ່ານນາງ ບົວລອນ ວົງດາລາແສນ ອະດີດປະທານຄະນະບໍລິຫານງານສະຫະພັນແມ່ຍິງ ນວ ເປັນກຽດເຂົ້າຮ່ວມຂອງທ່ານນາງ ມະນີວັນ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີຮອງປະທານສະຫະພັນແມ່ຍິງ ນວ ປະທານຮາກຖານສະຫະພັນແມ່ຍິງພະແນກອຸດສາຫະກຳ ແລະ ການຄ້າ ນວ ພ້ອມດ້ວຍສະມາຊິກແມ່ຍິງອ້ອມຂ້າງພະແນກ.


ໃນພິທີ ທ່ານນາງ ໄຊນາຣອນ ຈຸນດາຣາ ປະທານຮາກຖານສະຫະພັນແມ່ຍິງພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງໄລຍະ 1 ປີຜ່ານມາ ເຊິ່ງໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ.

ຈາກນັ້ນ ທ່ານນາງ ບົວລອນ ວົງດາລາແສນ ກໍໄດ້ຂຶ້ນປະກອບຄຳເຫັນຕໍ່ທີ່ປະຊຸມ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນທີ 8 ມີນາ ເຊິ່ງວັນດັ່ງກ່າວເປັນເຫດການການເມືອງທີ່ສຳຄັນ ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບເພດຊາຍ ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ ພາຍໃຕ້ຄຳຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ ແມ່ຍິງ ແລະ ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ ຕ້ອງມີລະບົບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕ້ານສົງຄາມຮຸກຮານ ປົກປັກຮັກສາສັນຕິພາບຂອງໂລກ” ສະນັ້ນ ທຸກໆປີຈຶ່ງໄດ້ມີການສະເຫຼີມສະຫຼອງວັນດັ່ງກ່າວ ແລະ ວັນດັ່ງກ່າວໄດ້ກາຍເປັນວັນແຫ່ງດອກໄມ້ ວັນແຫ່ງຄວາມຮັກ ຄວາມຫ່ວງໄຍທີ່ແມ່ຍິງໄດ້ຮັບຈາກເພື່ອນຕ່າງເພດ ເປັນວັນທີ່ແມ່ຍິງມີບົດບາດໃນສັງຄົມຈົນເຖິງປັດຈຸບັນ.
