ເປີດໂຄງການສະໜັບສະໜູນຈາກ EU ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ-19

    ສະຫະພາບເອີຣົບ (EU) ແລະ ອົງການອະນາໄມໂລກ (WHO) ໄດ້ຮ່ວມມືສະໜັບສະໜູນບັນດາປະເທດໃນສະມາຄົມອາຊຽນ ໂດຍການສະໜອງທຶນຊ່ວຍເຫຼືອຈໍານວນ 20 ລ້ານເອີໂຣໃນການສ້າງຄວາມເຂັ້ມແຂງແກ່ລະບົບສາທາລະນະສຸກ ເພື່ອເປັນການກຽມຄວາມພ້ອມ ແລະ ຕອບສະໜອງຕໍ່ກັບພະຍາດໂຄວິດ-19 ຜ່ານ“ໂຄງການຕອບໂຕ້ ແລະ ກຽມພ້ອມຕໍ່ກັບການລະບາດພະຍາດໃນອາຊີຕາເວັນອອກສຽງໃຕ້” ໃນນີ້ ສປປ ລາວ ຈະໄດ້ຮັບທຶນຊ່ວຍເຫຼືອດັ່ງກ່າວ 2,8 ລ້ານເອີໂຣ ຜ່ານອົງການອະນາໄມໂລກປະຈໍາລາວ ນັບແຕ່ປີ 2021 ເຖິງປີ 2023 ເພື່ອຊຸກຍູ້ເຂົ້າໃນການຕອບໂຕ້ກັບພະຍາດໂຄວິດ-19.

    ພິທີເປີດໂຄງການສະໜັບສະໜູນຈາກ EU ໃນການຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນຢ່າງເປັນທາງການວັນທີ 17 ມີນາ 2021 ທີ່ໂຮງແຮມຄຣາວ ພລາຊາ ມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ແລະ ທ່ານ ມາກ ເຈຄອບສ໌ ຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ໂດຍສະເພາະແມ່ນຜູ້ທີ່ມີຄວາມສ່ຽງທີ່ສຸດ ແລະ ເພື່ອຮັບປະກັນສິດທິໃນການເຂົ້າເຖິງການບໍລິການດ້ານສຸຂະພາບຂອງພວກເຂົາ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ຄຽງຄູ່ກັນນັ້ນ ໂຄງການດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນລະດັບພາກພື້ນ ລະຫວ່າງບັນດາປະເທດໃນອາຊຽນ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!