ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ III ຂອງແຜນງານພັດທະນາທ້ອງຖິ່ນສຳລັບ 4 ແຂວງເປົ້າໝາຍ:ແຂວງບໍ່ແກ້ວ ວຽງຈັນ ບໍລິຄຳໄຊ ແລະ ແຂວງຄຳມ່ວນ (ແຜນງານລາວ/030) ຈັດຂຶ້ນວັນທີ 16 ມີນາ 2021 ຢູ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານມີທ່ານ ກິແກ້ວ ຈັນ ທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ແຊມ ສະໄນເດີ (Sam Schreiner) ອຸປະທູດແຫ່ງປະເທດລຸກຊຳບວກ ມີການນໍາຈາກ 4 ແຂວງເປົ້າໝາຍ ຜູ້ຕາງໜ້າອົງການຈັດຕັ້ງຜູ້ໃຫ້ທຶນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຜນງານລາວ/030 ໄດ້ໃຫ້ການຊ່ວຍເຫຼືອ 229 ບ້ານ ທີ່ນອນໃນ 4 ແຂວງເປົ້າໝາຍ ດ້ວຍການສຸມໃສ່ການພັດທະນາແບບຊຸມຊົນເປັນເຈົ້າການ ການກໍ່ສ້າງໂຄງລ່າງພື້ນຖານ ແລະ ຍົກລະດັບຂີດຄວາມສາມາດການຄຸ້ມຄອງບໍລິຫານລັດ ງົບປະມານທີ່ໄດ້ຮັບທັງໝົດແມ່ນ 30 ລ້ານເອີໂຣ ຫຼື ປະມານ 334.36 ກວ່າຕື້ກີບ ແລະ ເປັນການຊ່ວຍເຫຼືອລ້າສໍາລັບໄລຍະປີ 2017-2022.

ມາຮອດປັດຈຸບັນ ແຜນງານລາວ/030 ສາມາດນຳໃຊ້ງົບປະມານໄດ້ເກືອບ 80% ໂດຍສຸມໃສ່ກິດຈະກຳທີ່ຕິດພັນກັບການພັດທະນາແບບຊຸມຊົນເປັນເຈົ້າການ 867 ກິດຈະກໍາ ເຮັດໃຫ້ສາມາດປັບປຸງໂຮງຮຽນ ການເຂົ້າເຖິງຖະໜົນຫົນທາງ ສະຖານທີ່ຈັດປະຊຸມ ຫ້ອງການບ້ານ ຕິດຕັ້ງວິດຖ່າຍ ໃຫ້ການຊ່ວຍເຫຼືອພິເສດ ຄົວເຮືອນທີ່ດ້ອຍໂອກາດ ແລະ ໄດ້ສ້າງລະບົບສິນເຊື່ອຂັ້ນບ້ານ ໂດຍຜ່ານກອງທຶນພັດທະນາບ້ານ ອີງຕາມຂະໜາດຂອງປະຊາກອນ ແລະ ການເຫັນດີຂອງປະຊາຊົນ ເພື່ອສົ່ງເສີມການສ້າງແຜນແບບມີສ່ວນຮ່ວມ.

ສຳລັບການພັດທະນາໂຄງລ່າງ: ໄດ້ສຳເລັດການເຂົ້າເຖິງນໍ້າສະອາດ ແລະ ການກໍ່ສ້າງ-ປັບປຸງສະຖານທີ່ການສຶກສາຕ່າງໆ ລວມທັງໝົດ 207 ໂຄງການເຊັ່ນ: ໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຫໍພັກ ແລະ ໂຮງຮຽນລ້ຽງເດັກ ໂຄງການກໍ່ສ້າງລະບົບສະໜອງນໍ້າໃຊ້ ປັບປຸງ ແລະ ສ້າງຖະໜົນຫົນທາງ ຂົວ ຊົນລະປະທານ ອ່າງເກັບນໍ້າ ແລະ ອື່ນໆ ແລະ ສຳເລັດການຍົກລະດັບການຄຸ້ມຄອງ ແລະ ບໍລິຫານລັດ ໃຫ້ພະນັກງານທຸກລະດັບ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ການຕິດຕາມ-ປະເມີນຜົນ ການສ້າງລະບົບຂໍ້ມູນຂ່າວສານ ການສ້າງລະບົບຄຸ້ມຄອງຂ່າວສານແຜນທີ່ (GIS) ແລະ ອື່ນໆ.

# ຂ່າວ & ພາບ: ຊິລິການດາ