ກອງເລຂາຄະນະສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ (ນວ) ລົງຕິດຕາມການຈັດຕັ້ງປະຕິບັດ ການບໍລິການຕິດຕັ້ງເຄື່ອງມືຕິດຕາມທາງດ້ານການແພດ ແລະ ຂາຍປະກັນໄພ ໃນວັນທີ 16 ມີນາ 2021 ຢູ່ສະໜາມບິນສາກົນວັດໄຕ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ຫົວໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ນວ ຫົວໜ້າຜູ້ປະສານງານສູນຈໍາກັດບໍລິເວນ ນວ ໃຫ້ສໍາພາດວ່າ: ດ້ານການບໍລິການ ແລະ ຕິດຕາມ ນັບແຕ່ວັນທີ 3 ມີນາ 2021 ເປັນຕົ້ນມາຮອດປັດຈຸບັນ ວັນທີ 14 ມີນາ 2021 ໜ່ວຍງານໄດ້ເຂົ້າບໍລິການຈໍານວນ 14 ຖ້ຽວບິນ (ບໍ່ລວມຖ້ຽວວັນທີ 13 ມີນາ 2021 ບໍ່ໄດ້ບໍລິການ) ມີຜູ້ໂດຍສານລວມທັງໝົດຈໍານວນ 1.737 ຄົນ ມີຜູ້ໄດ້ຮັບການຕິດຕັ້ງອຸປະກອນເຄື່ອງມືຕິດຕາມການແພດ ຈໍານວນ 705 ຄົນ ຄິດເປັນອັດຕາສ່ວນ 41% ບໍ່ຍິນຍອມຕິດຕັ້ງອຸປະກອນຕິດຕາມການແພດ ຈໍານວນ 994 ຄົນ ຄິດເປັນອັດຕາສ່ວນ 57% ແລະ ຜູ້ຖືກຍົກເວັ້ນຈໍານວນ 38 ຄົນ ໃນອັດຕາສ່ວນ 2% ມີຜູ້ປະຕິບັດຕາມມາດຕະການ ຍິນຍອມຊື້ປະກັນໄພຈໍານວນ 645 ຄົນ ຄິດເປັນອັດຕາສ່ວນ 37% ບໍ່ຍິນຍອມຊື້ປະກັນໄພ ຈໍານວນ 1.044 ຄົນ ຄິດເປັນອັດຕາສ່ວນ 60% ມີຜູ້ຖືກຍົກເວັ້ນ ແລະ ມີປະກັນມາຈາກຕ່າງປະເທດແລ້ວ ຈໍານວນ 48 ຄົນ ໃນອັດຕາສ່ວນ 3%.

ສ່ວນການຕິດຕາມ ເນື່ອງຈາກໜ້າວຽກນີ້ເປັນວຽກທີ່ມີຄວາມສໍາຄັນ ໜ່ວຍງານໄດ້ເອົາໃຈໃສ່ເປັນພິເສດ ນັບຕັ້ງແຕ່ມື້ເລີ່ມຕົ້ນຈົນຮອດປັດຈຸບັນ ໜ່ວຍງານຕິດຕາມໄດ້ຖືກຈັດຕັ້ງຂຶ້ນ ມີການຕິດຕາມຜູ້ໄດ້ຮັບການຕິດຕັ້ງເຄື່ອງມືຢູ່ທີ່ໜ້າຈໍຄອມພີວເຕີຕະຫຼອດ 24 ຊົ່ວໂມງ ດ້ວຍການສັບປ່ຽນກັນປະຈໍາການ.

ແນວໃດກໍຕາມ ເນື່ອງຈາກວຽກງານນີ້ມີການຈັດຕັ້ງທົດລອງປະຕິບັດເປັນຄັ້ງທໍາອິດ ພະນັກງານຂາດປະສົບການໃນມື້ທໍາອິດ ເກິດມີການສັບສົນ ແລະ ຫຼັງຈາກນັ້ນມາ ກໍບໍ່ມີບັນຫາອີກແລ້ວ ການຈັດຕັ້ງປະຕິບັດລົງມືແບບຮີບດ່ວນ ເຮັດໃຫ້ບັນດາເອກະສານແຈ້ງການຕ່າງໆຍັງບໍ່ທັນໄປຮອດຕ່າງປະເທດ ດ້ານສື່ສານໂຄສະນາອອນລາຍ ໃບປິວໂຄສະນາໃນເຮືອບິນ ທີ່ເຫັນວ່າຈໍາເປັນ ເພື່ອໃຫ້ຄົນຕ່າງປະເທດທີ່ມີຈຸດປະສົງເຂົ້າມາ ເຂົ້າໃຈເຖິງມາດຕະການ ຍັງບໍ່ທັນພ້ອມ ຈຶ່ງເຮັດໃຫ້ມີຜົນສະທ້ອນໃນການບໍລິການ ເຊິ່ງເຫັນໄດ້ວ່າ ມີຜູ້ໂດຍສານຈໍານວນຫຼາຍຄົນບໍ່ຍອມຮັບການບໍລິການນັບມື້ຫຼາຍຂຶ້ນ
# ຂ່າວ & ພາບ: ສີພອນ