ລາວໂມບາຍ ມັນນີ-ຊີພີລາວ ຮ່ວມທຸລະກິດໃຫ້ບໍລິການ ການເງິນດີຈິຕອນເທິງມືຖື

    ພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ແລະ ບໍລິສັດ ຊີພີ ລາວ ຈຳກັດ ຈັດຂຶ້ນວັນທີ 17 ມີນາ 2021 ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ແລະ ທ່ານ ທໍານອງ ພົນທອງມາກ ຜູ້ອໍານວຍການໃຫຍ່ບໍລິສັດ ຊີພີລາວ ຈຳກັດ ມີທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ການຈັດພິທີເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດກັບບໍລິສັດ ຊີພີ ລາວ ຈຳກັດ ຢ່າງເປັນທາງການ ໃນການໃຫ້ບໍລິການ ການເງິນດິຈິຕອນເທິງມືຖື M Money ເພື່ອເປັນທາງເລືອກໃຫ້ສາມາດຊຳລະສິນຄ້າ ແລະ ບໍລິການພາຍໃນຮ້ານ ໂດຍຜ່ານກະເປົາເງິນດິຈິຕອນ M Money ເພື່ອແນໃສ່ການສ້າງຄວາມສະດວກ ສະບາຍ ວ່ອງໄວໃຫ້ກັບລູກຄ້າ ແລະ ເປັນການເພີ່ມຊ່ອງທາງໃນການຊຳລະເງິນໃຫ້ສະດວກຍິ່ງຂຶ້ນ ແລະ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ “ໃຫ້ຊີວິດງ່າຍຂຶ້ນຕາມຍຸກດິຈິຕອນ” ເພື່ອເປັນຄູ່ຮ່ວມທຸລະກິດທີ່ຮັບຊຳລະສິນຄ້າ ບໍລິການພາຍໃນຮ້ານ ແລະ ບໍລິການໃຫ້ບໍລິສັດ ຊີພີລາວ ຈຳກັດ ລວມເຖິງລູກຄ້າຂອງຮ້ານ CP Pork Shop ທຸກສາຂາ ໂດຍຜ່ານກະເປົາເງິນດິຈິຕອນ M Money.

    ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ ຊຸກຍູ້ ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕອນຂອງພັກ-ລັດ ໃຫ້ປາກົດຜົນເປັນຈິງຕາມວິໄສທັດຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເຊິ່ງເປັນຜູ້ນຳດ້ານການບໍລິການ ການເງິນດິຈິຕອນ ໃນ ສປປ ລາວ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!