ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດກອງປະຊຸມຈຸດປະສານງານ ປພຍ ແຫ່ງຊາດ ເພື່ອຜ່ານຮ່າງທໍາອິດ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງລາວ ແລະ ແຜນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢູ່ລາວ ປະຈໍາປີ 2021 ວັນທີ 17 ມີນາ 2021 ທີ່ສູນການເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ເປັນປະທານຂອງທ່ານ ໂມທອງ ທໍາມະວົງສາ ຫົວຫນ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ມີຜູ້ຕາງໜ້າຈາກຈຸດປະສານງານ ປຍພ ແຫ່ງຊາດ ຄະນະກົມ ພະແນກ ແລະ ວິຊາການຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງເຂົ້າຮ່ວມຫຼາຍກ່ວາ 60 ທ່ານ.


ເພື່ອແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລືກ່ຽວກັບຮ່າງທໍາອິດຂອງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 2 ຂອງລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2021 ເຊິ່ງກອງປະຊຸມໄດ້ລົງເລິກດ້ານເນື້ອໃນ ບັນດາຂໍ້ມູນຕົວຊີ້ບອກທີ່ກວມຢູ່ໃນຮ່າງບົດລາຍງານດັ່ງກ່າວ ໂດຍສະເພາະ ເນື້ອໃນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ປຍພ ພາຍຫຼັງທີ່ ສປປ ລາວ ໄດ້ສົ່ງບົດລາຍງານ VNR ສະບັບທໍາອິດໃນປີ 2018 ພ້ອມນັ້ນ ກອງປະຊຸມຍັງນໍາສະເໜີແຜນງານຈັດຕັ້ງປະຕິບັດ ຫຼື ການກະກຽມນໍາສະເໜີບົດລາຍງານ VNA R Roadmap ແລະ ແຜນວຽກລວມການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢູ່ລາວ ປະຈໍາປີ 2021 ອີກດ້ວຍ.

# ຂ່າວ & ພາບ: ຂັນທະວີ