ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 16 ມີນາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍເລຂາ ຮອງເລຂາຄະນະບໍລິຫານງານ ນວ ແລະ ຂະແໜງການກ່ຽວຂ້ອງ.


ໃນພິທີ ສະຫາຍນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍແຕ່ງຕັ້ງເລຂາຄະນະບໍລິຫານພັກ ນວ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານການຄຸ້ມຄອງ ອີງຕາມການຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ດັ່ງນັ້ນ ກົມການເມືອງສູນກາງພັກ ອອກຄຳສັ່ງຍົກຍ້າຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ນວ ໄປຮັບໜ້າທີ່ໃໝ່ຢູ່ສູນກາງແນວລາວສ້າງຊາດ.
ນອກຈາກນີ້ ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານ ນວ ຜູ້ໃໝ່ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ນວ ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ ອີງຕາມຂໍ້ຕົກລົງໃນກອງປະຊຸມກົມການເມືອງສູນກາງພັກ ແລະ ຄະນະບໍລິຫານງານສູນກາງພັກ ຄັ້ງວັນທີ 24-25 ກຸມພາ 2021 ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ອີງຕາມໜັງສືສະເໜີຂອງຄະນະຈັດສູນກາງພັກ ກົມການເມືອງສູນກາງພັກ ຕົກລົງແຕ່ງຕັ້ງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ນວ ນອກຈາກນີ້ ໃນພິທີກໍໄດ້ຮັບການໂອ້ລົມຂອງສະຫາຍ ບຸນທອງຈິດມະນີ ອີກດ້ວຍ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ