ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນວັນທີ 22 ມີນານີ້

    ວັນທີ 16 ມີນາ 2021 ທີ່ສະພາແຫ່ງຊາດ ຫຼັກ 6 ທ່ານນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດຊຸດທີ VIII ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ວ່າ:

    ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ມີນາ ແລະ ຈະດໍາເນີນໄປເຖິງວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫຼັງໃໝ່ (ທາດຫຼວງ) ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ ໂດຍກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພຶ້ນຖານຂອງຊາດຄື:

    ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸຄະລາກອນຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງປະທານສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງການແຕ່ງຕັ້ງປະທານກໍາມາທິການ ເລຂາທິການສະພາແຫ່ງຊາດ ຮອງປະທານກໍາມາທິການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ເລືອກຕັ້ງປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກບຸຄະລາກອນຂອງລັດຖະບານຄື:

    ເລືອກຕັ້ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ ພິຈາລະນາ ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ ເລືອກຕັ້ງບຸຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ເລືອກຕັ້ງປະທານສານປະຊາຊົນສູງສຸດ ເລືອກຕັ້ງບຸຄະລາກອນຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ເລືອກຕັ້ງປະທານອົງການກວດສອບແຫ່ງລັດ ແລະ ເລືອກຕັ້ງປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ ພິຈາລະນາຮັບຮອງບົດລາຍງານຂອງທ່ານ ນາຍົກລັດຖະ ມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020); ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ພິຈາລະນາ ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ພິຈາລະນາ ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ພິຈາລະນາ ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແຜນການສ້າງ ແລະປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.

    ອີກເທື່ອໜຶ່ງ ໃນນາມຄະນະປະຈຳສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ຊຸດທີ VIII ຂ້າພະເຈົ້າຂໍເຊີນບັນດາພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ນັກຮຽນ ນັກສຶກສາ ປັນຍາຊົນ ກຳມະກອນ ຊາວຜູ້ອອກແຮງງານ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີຄື:

    ໂທລະສັບບໍ່ເສຍຄ່າໝາຍເລກ: 156

    ໂທລະສານໝາຍເລກ: 021 413528

    ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662

    ສົ່ງອີເມວ: nalao.156@gmail.com.

​    # ຂ່າວ & ພາບ: ຂັນທະວີ

error: Content is protected !!