ໄຂສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ

      ພິທີໄຂສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ໂຮງໝໍມະໂຫສົດ ຈັດຂຶ້ນວັນທີ 16 ມີນາ 2021 ທີ່ສູນດັ່ງກ່າວ ຕັ້ງຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ທ່ານ ນາງ ບົວເພຍ ພູມິນ ຮອງຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ ທ່ານນາງ ວຽງສະຫວັນ ຊາມົນຕີ ປະທານສູນກວດສຸຂະພາບແຮງງານພາຍໃນ ແລະ ແຮງງານຕ່າງປະເທດ ທ່ານ ວົງວິໄລ ປະພັດສະລາງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ວຽງສະຫວັນ ຊາມົນຕີ ກ່າວວ່າ: ສູນແຫ່ງນີ້ແມ່ນໄດ້ຮັບການສະໜັບສະໜູນ ແລະ ເອື້ອອໍານວຍຄວາມສະດວກຈາກພາກລັດຖະບານ ພາຍໃຕ້ເງື່ອນໄຂ ແລະ ສະພາບແຫ່ງຄວາມຮຽກຮ້ອງຕ້ອງການຂອງວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ທາງດ້ານວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຕາມທີ່ໄດ້ກໍານົດໄວ້ໃນນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ກ່ຽວກັບການປ້ອງກັນການເກີດພະຍາດຕ່າງໆຈາກການເຮັດວຽກຂອງຊາວຜູ້ອອກແຮງງານ ໂດຍໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳຈາກກະຊວງສາທາລະນະສຸກ ແລະ ກະຊວງ ຮສສ ໂດຍການຮ່ວມມືກັບກົມຄຸ້ມຄອງແຮງງານ ເພື່ອສະໜອງການບໍລິການກວດສຸຂະພາບຊາວຜູ້ອອກແຮງງານ ໃຫ້ໄດ້ມາດຕະຖານ ແລະ ຮັບປະກັນການປ້ອງກັນສຸຂະພາບມີຄວາມສອດຄ່ອງກັບສິດທິຂອງຕົນ ຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການກ່ຽວຂ້ອງ ເປັນການອໍານວຍຄວາມສະດວກໃຫ້ຜູ້ອອກແຮງງານສາມາດກວດສຸຂະພາບຂອງຕົນຢູ່ໃນສະຖານທີ່ເຮັດວຽກໄດ້ ເພື່ອປ້ອງກັນ ແລະ ປິ່ນປົວສຸຂະພາບຂອງຕົນທັນເວລາ.

   ສູນດັ່ງກ່າວ ແມ່ນເຮັດໜ້າທີ່ກ່ຽວກັບການກວດສຸຂະພາບແຮງງານປະຈຳປີແບບເປັນລະບົບຄົບຊຸດ  ແລະ ທັນສະໄໝອີກແຫ່ງໜຶ່ງຢູ່ ສປປ ລາວ ພ້ອມນັ້ນ ຍັງມີການບໍລິການດ້ານການກວດສຸຂະພາບແບບເຄື່ອນທີ່ ມີທີມງານມືອາຊີບທີ່ມີປະສົບການຫຼາຍກວ່າ 30 ປີ ແລະ ມີທີມແພດລາວຮ່ວມກັບແພດມືອາຊີບຈາກໂຮງໝໍເພັດກະເສມ ປະເທດໄທ ທີ່ເປັນທີມງານແພດມີປະສົບການ ແລະ  ຜ່ານການເຮັດວຽກດ້ານນີ້ມາສະເພາະ ໃນນັ້ນ ຈະມີການບໍລິການກວດສຸຂະພາບແຮງງານກ່ອນເຂົ້າເຮັດວຽກໃນໂຮງຈັກໂຮງງານ ກວດສານເສບຕິດໃນສະຖານທີ່ບໍລິການ ແລະ ອື່ນໆ ໂດຍສາມາດຮອງຮັບການບໍລິການແຮງງານໄດ້ປະມານ 500-1000 ຄົນຕໍ່ມື້ ເຊິ່ງຈະເປັນຖານຂໍ້ມູນຂ່າວສານດ້ານສຸຂະພາບທີ່ສຳຄັນດ້ານຊາວຜູ້ອອກແຮງງານ ເພື່ອນຳໄປເປັນຂໍ້ມູນໃນການປັບປຸງສົ່ງເສີມປະສິດທິພາບດ້ານການຄຸ້ມຄອງ ຫຼື ການກວດສຸຂະພາບຂອງຜູ້ອອກແຮງງານໃນທົ່ວປະເທດໃຫ້ເປັນລະບົບຄົບຊຸດ.

                # ຂ່າວ & ພາບ: ລັດເວລາ

error: Content is protected !!