ຈາກຂໍ້ມູນພະແນກສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນກຸມພາ 2021 ຜ່ານມາ ທົ່ວນະຄອນຫຼວງວຽງຈັນມີອັກຄີໄພເກີດຂຶ້ນທັງໝົດ 5 ຄັ້ງ (ໄໝ້ນ້ອຍ 5 ຄັ້ງ) ທຽບໃສ່ເດືອນມັງກອນ ການເກີດອັກຄີໄພແມ່ນຫຼຸດລົງ 5 ຄັ້ງ ສຳລັບຜົນເສຍເຫຍ ມີໄຟໄໝ້ປ່າຫຍ້າ 5 ຄັ້ງ ໃນນີ້ ຈູດຂີ້ເຫຍື່ອແລ້ວລາມປ່າ 1 ຄັ້ງ ຈູດຫາສັດປ່າ 3 ຄັ້ງ ແລະ ຄົນລັກຈູດ 1 ຄັ້ງ ສຳລັບມູນຄ່າຄວາມເສຍຫາຍແມ່ນບໍ່ມີ.

ເພື່ອຫຼີກລ່ຽງໄພອັນຕະລາຍທີ່ອາດເກີດຂື້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ທຸກອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊາວຕ່າງຊາດທີ່ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຈົ່ງມີສະຕິລະວັງຕົວໃນການຊົມໃຊ້ຟືນໄຟໃຫ້ຖືກຕ້ອງ ຄຸ້ມຄອງໃຫ້ຖືກຫຼັກການ ຖ້າເຮົາຢຸດການນຳໃຊ້ແລ້ວ ໃຫ້ປິດສະວິດໄຟ ຖອດປັກສຽບອອກ ຫຼື ງັບແບຣກເກີລົງທຸກຄັ້ງ ໃຕ້ທູບ ໃຕ້ທຽນບູຊາ ຕ້ອງຮັບປະກັນຄວາມປອດໄພ ຖືເອົາວຽກງານປ້ອງກັນອັກຄີໄພເປັນວຽກປະຈຳວັນຂອງເຮົາ ບໍ່ໃຫ້ປະໝາດ ຖ້າເຮົາຖືເບົາ ຫຼືປະໝາດ ອາດຈະເສຍໃຈຕາມຫຼັງ.
# ຂ່າວ & ພາບ: ຊິລິການດາ