ກົມແຜນການ ແລະ ການເງິນ ກະຊວງກະສິກໍາ-ປ່າໄມ້ ໄດ້ເປີດກອງປະຊຸມວຽກງານແຜນການ ຂອງຂະແໜງກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2020 ແລະ ທິດທາງແຜນການໃນຕໍ່ໜ້າ ຂຶ້ນໃນວັນທີ 16 ມີນາ 2021 ທີ່ຫ້ອງວ່າການປົກຄອງແຂວງສາລະວັນ ເປັນປະທານຮ່ວມໂດຍທ່ານ ລິນຄໍາ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ມີບັນດາຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າພະແນກ-ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈາກພາກກາງ-ພາກໃຕ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິນຄໍາ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມເທື່ອນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ລົງເລິກເບິ່ງບັນຫາໃຫ້ມີລັກສະນະຄົບຊຸດ ແລະ ບັນຫາໃນສາຍກ່ຽວພັນ ໃນການວາງແຜນລະຫວ່າງກະສິກຳ-ປ່າໄມ້ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າ ໄປສູ່ການປ່ຽນແປງຈິນຕະນາການ ໃນການຄິດວາງແຜນ ແລະ ວິທີປະຕິບັດ ຕີລາຄາສິ່ງທ້າທ້າຍຂອງວຽກງານແຜນການ ຂອງຂະແໜງການກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອໃຫ້ມີຄວາມເປັນເອກະພາບກັນຢ່າງສູງ ຕໍ່ແຜນພັດທະນາກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX (2021-2025) ບົນພື້ນຖານການຕີລາຄາຢ່າງຮອບດ້ານ ມີຄວາມເປັນເອກະພາບ ໃນການກຳນົດໂຄງປະກອບ ການຜະລິດກະສິກຳຂອງແຕ່ລະແຂວງໃຫ້ສອດຄ່ອງກັບແຜນລວມຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ແຜນພັດທະເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

ທ່ານ ສົມໄຊ ສີຊາຊົນ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນນໍາສະເໜີຜົນສໍາເລັດແຕ່ລະດ້ານວ່າ: ການຄໍ້າປະກັນສະບຽງອາຫານ ໄດ້ສຸມໃສ່ການຜະລິດເຂົ້າ ພືດສະບຽງເປັນຕົ້ນຕໍ ໃນນັ້ນ: ການຜະລິດເຂົ້າ 5 ປີຜ່ານມາ ປະຕິບັດໄດ້ສະເລ່ຍ 3,7 ລ້ານໂຕນຕໍ່ປີ ພືດສະບຽງ ປະຕິບັດໄດ້ສະເລ່ຍ 2,3 ລ້ານໂຕນຕໍ່ປີ ຖ້າທຽບໃສ່ແຜນການແມ່ນເພີ່ມຂຶ້ນ 10,3% ເດັ່ນກວ່າໝູ່ແມ່ນໄມ້ໃຫ້ໝາກ 704.000 ໂຕນ ສາລີຫວານ 222.845 ໂຕນ ເຜືອກມັນ 261.000 ໂຕນ ພືດຜັກຕ່າງໆ 1,2 ລ້ານໂຕນ ການຜະລິດພືດເປັນສິນຄ້າ ສາມາດປະຕິບັດໄດ້ 34 ລ້ານໂຕນ (ສະເລ່ຍ 6,8 ລ້ານໂຕນ ຕໍ່ປີ) ແລະ ມີມູນຄ່າການການສົ່ງອອກ 4 ຕື້ໂດລາ (ສະເລ່ຍ 0,8 ຕື້ໂດລາ/ປີ) ຖ້າທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 2 ເທົ່າຕົວ ການສົ່ງອອກສັດໃຫຍ່ ປະເພດງົວ ຄວາຍ ແມ່ນບັນລຸໄດ້ 17.000 ໂຕນ ລື່ນແຜນການທີ່ວາງໄວ້ 15.000 ໂຕນ ຫຼື 13% ມີມູນຄ່າລວມ 42 ລ້ານໂດລາສະຫະລັດ ຫຼື ປະມານ 393,52 ຕື້ກີບ ອັນພົ້ນເດັ່ນ ແມ່ນການລົງທຶນຟາມງົວຊີ້ນ ແລະ ງົວນົມຂະໜາດໃຫຍ່ ຢູ່ເມືອງແປກ ແຂວງຊຽງຂວາງ ແລະ ການສ້າງເຂດປອດພະຍາດ ແລະ ສະຖານທີ່ກັກກັນງົວ ເພື່ອຮອງຮັບການສົ່ງອອກງົວໄປ ສປ ຈີນ.

# ຂ່າວ & ພາບ: ວຽງມາ